ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ Pretoria ແລ້ວ, ນີ້ແມ່ນການເຄື່ອນໄຫວນອນໃນລາຍການຜ້າອັດປາກ-ອັດດັງຈຳນວນ 1 ລ້ານອັນໂດຍປະຊາຄົມຊາວຫວຽດນາມ ແລະບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ອາຟຣິກາໃຕ້ ສະໜັບສະໜູນປະຊາຊົນອາຟຣິກາໃຕ້ ເວົ້າສະເພາະ ແລະບາງປະເທດໃກ້ຄຽງຢູ່ເຂດພາກໃຕ້ອາຟຣິກາໃຕ້ ເວົ້າລວມ.

ທີ່ການແລກປ່ຽນກັບທ່ານ Vulindlela S. Kunene ອຸປະທູດຊົ່ວຄາວ Eswatini ປະຈໍາ ອາຟຣິກາໃຕ້, ທ່ານ ຮວ່າງວັນເລີ້ຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາຟຣິກາໃຕ້ ໃຫ້ຮູ້ວ່າ ຜ້າອັດປາກ-ອັດດັງຈໍານວນດັ່ງກ່າວເປັນຂອງຂວັນທີ່ຊາວຫວຽດນາມ ຢູ່ປະເທດປະຈໍາຖິ່ນແບ່ງປັນກັບບັນດາປະຊາຄົມອື່ນ, ສະແດງໃຫ້ເຫັນນໍ້າໃຈຮັກແພງຊ່ວຍເຫຼືອກັນດ້ວຍມູນເຊື້ອ “ໃບຕອງດີຕຸ້ມຫໍ່ເອົາໃບຕອງຂາດ” ຂອງປະຊາຊົນຫວຽດນາມ.

leftcenterrightdel
ທ່ານ ຮວ່າງວັນເລີ້ຍ ມອບຜ້າອັດປາກ-ອັດດັງ ຈຳນວນ 50.000 ອັນໃຫ້ທ່ານ Vulindlela S. Kunene. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຮວ່າງວັນເລີ້ຍ ກໍ່ແລກປ່ຽນກັບທ່ານ Vulindlela S. Kunene ກ່ຽວກັບສະພາບການພະຍາດໂຄວິດ-19 ຢູ່ຫວຽດນາມ ກໍ່ຄືໃນປະຊາຄົມຊາວຫວຽດນາມ ອາໄສຢູ່ອາຟຣິກາໃຕ້ ແລະປະເທດໃກ້ຄຽງຕ່າງໆ. ໃນສະພາບການພະຍາດໂຄວິດ-19 ລະບາດຢ່າງແຮງຢູ່ອາຟຣິກາໃຕ້  ເວົ້າສະເພາະ ແລະອາຟຣິກາ ເວົ້າລວມ, ສະຖານທູດຫວຽດນາມ ໄດ້ມີບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ ແລະໜູນຊ່ວຍຊາວຫວຽດນາມ ອາໄສຢູ່ອາຟຣິກາໃຕ້ ແລະບັນດາປະເທດໃກ້ຄຽງ. ທ່ານ ຮວ່າງວັນເລີ້ຍ ກໍ່ແບ່ງປັນກັບປະເທດເພື່ອນມິດມາດຕະການທີ່ລັດຖະບານຫວຽດນາມ ກໍາລັງນໍາໃຊ້ເພື່ອປ້ອງກັນ, ຕ້ານການແຜ່ລະບາດຂອງພະຍາດ, ທ່ານກໍ່ສົ່ງຄໍາຢ້ຽມຢາມຖາມຂ່າວກ່ຽວກັບສະພາບພະຍາດໂຄວິດ-19 ຢູ່ Eswatini.

ສະແດງຄວາມສະເທືອນໃຈຕໍ່ການແບ່ງປັນຂອງຊາວຫວຽດນາມ, ທ່ານ Vulindlela S. Kunene ໃຫ້ຮູ້ວ່າ ລາຊະອານາຈັກຂອງທ່ານ ຕ້ອງການຜ້າອັດປາກ-ອັດດັງເພື່ອບຸລິມະສິດໃຫ້ແກ່ບັນດານັກຊ່ຽວຊານການແພດ ແລະພາລະກອນຢູ່ດ່ານໜ້າຕໍ່ໃນການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ-19.

ໂດຍ: ຈາງຫງວຽນ