ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ເນັ້ນໜັກວ່າ ຫວຽດນາມ ແລະຈີນ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນເລິກເຊິ່ງ ແລະຜົນປະໂຫຍດລວມອັນກວ້າງຂວາງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຢັ້ງຢືນຖືເປັນສໍາຄັນການພັດທະນາສາຍພົວພັນຫວຽດນາມ-ຈີນ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເພີ່ມທະວີການກໍານົດທິດຍຸດທະສາດທີ່ມີຕໍ່ການພົວພັນສອງພັກ, ສອງລັດ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້. ພາບ: vnexpress.net.

ໃນວັນດຽວກັນ, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ໄດ້ສົ່ງສານຊົມເຊີຍເຖິງທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ໃນສານ, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ເນັ້ນໜັກວ່າ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງພື້ນຖານການຮ່ວມມືມິດຕະພາບ, ຍູ້ໄວການເຊື່ອມຕໍ່ຍຸດທະສາດພັດທະນາ, ສ້າງສະຖານະການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງໃນສະໄໝໃໝ່.

ກ່ອນໜ້ານັ້ນ, ວັນທີ 20 ກໍລະກົດ 2021, ທ່ານ Li Zhanshu ປະທານສະພາແຫ່ງຊາດຈີນ ໄດ້ສົ່ງສານຊົມເຊີຍທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.

ໂດຍ: ທະນາພອນ