leftcenterrightdel
ທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ການປະຊຸມຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Orlando Nicolás Hernández Guillén ໃຫ້ຮູ້ວ່າ ກູບາ ກໍາລັງປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນປະຫວັດສາດ 60 ປີແຫ່ງການປະຕິວັດຍ້ອນຜົນສະທ້ອນຈາກການປິດລ້ອມ, ຂວ້ຳບາດດ້ານເສດຖະກິດ ແລະຜົນສະທ້ອນໂດຍພະຍາດໂຄວິດ-19 ກໍ່ຂຶ້ນ. ເຖິງຢ່າງໃດກໍ່ຕາມ, ສະພາບການໄດ້ຮັບການຄວບຄຸມແລ້ວ. ທ່ານ Orlando Nicolás Hernández Guillén ຖືວ່າ ບັນດາອິດທິກໍາລັງທີ່ເປັນປໍລະປັກຈາກພາຍນອກໄດ້ສວຍໃຊ້ສະພາບພະຍາດ, ຍຸແຫຍ່ການກະທໍາໃຊ້ຄວາມຮຸນແຮງ; ພ້ອມທັງກ່າວປະນາມການໂຄສະນາທາງສັງຄົມອອນລາຍແນໃສ່ເສກສັນປັ້ນແຕ່ງ, ບິດເບືອນຄວາມຈິງກ່ຽວກັບສະພາບການຢູ່ປະເທດນີ້.

ເນື່ອງໃນໂອກາດນີ້, ທ່ານ Orlando Nicolás Hernández Guillén ເຕື້ອງເຖິງບູລິມະສິດຕ່າງໆແນໃສ່ຊຸກຍູ້ການພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດກູບາ-ຫວຽດນາມ, ໃນນັ້ນມີບັນຫາຮ່ວມມືໃນການສະໜອງ, ຖ່າຍທອດເຕັກໂນໂລຢີຜະລິດວັກຊິນ.

ໂດຍ: ຈາງຫງວຽນ