ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ Khieu Kanharith ຊົມເຊີຍທ່ານ ຫວູກວາງມີງ ປະຕິບັດສໍາເລັດໜ້າທີ່ການທູດຢູ່ກໍາປູເຈຍ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ; ທ່ານ ຫວັງວ່າໃນໄລຍະຈະມາເຖິງຈະຈັດສົ່ງຄະນະນັກຂ່າວ, ນັກຊ່ຽວຊານມາຮໍ່າຮຽນເອົາບົດຮຽນໃນການຈັດຕັ້ງ Sea Games ຢູ່ຫວຽດນາມ ເພື່ອກະກຽມຈັດຕັ້ງ Sea Games 2023 ຢູ່ກໍາປູເຈຍ.

leftcenterrightdel
ທ່ານ Khieu Kanharith ລັດຖະມົນຕີກະຊວງຖະແຫຼງຂ່າວ ກໍາປູເຈຍ, ທ່ານ ຫວູກວາງມີງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ພ້ອມກັບບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: vov.vn

ສ່ວນທ່ານ ຫວູກວາງມີງ ຫວັງວ່າໃນໄລຍະຈະມາເຖິງເມື່ອພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ, ສອງປະເທດຫວຽດນາມ ແລະກໍາປູເຈຍ ຈະມີເງື່ອນໄຂເພີ່ມທະວີການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນໃນທຸກຂົງເຂດ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ Khieu Kanharith ກໍ່ສົ່ງຄໍາອວຍພອນເຖິງທ່ານ ໂດ໋ຕ໊ຽນສີ໋ ທີ່ໄດ້ຮັບແຕ່ງຕັ້ງເປັນຜູ້ອຳນວຍການໃຫຍ່ສະຖານີວິທະຍຸກະຈາຍສຽງຫວຽດນາມ; ຫວັງວ່າໃນໄລຍະຈະມາເຖິງຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ການຮ່ວມມືກັບສະຖານີວິທະຍຸກະຈາຍສຽງຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ