ທີ່ການຕ້ອນຮັບ, ທ່ານ ຟ້າມມີງຈິ໊ງ ຕີລາຄາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະສິງກະໂປ ພວມພັດທະນານັບມື້ນັບເຂົ້າສູ່ລວງເລິກ ແລະບັນລຸປະສິດທິຜົນສູງ. ສິງກະໂປ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືລົງທຶນແຖວໜ້າຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຢືນຢັນສືບຕໍ່ສ້າງເງື່ອນໄຂສະດວກ ແລະສົ່ງເສີມບັນດາວິສາຫະກິດ, ນັກລົງທຶນສິງກະໂປ ເພີ່ມທະວີການລົງທຶນ, ການຄ້າກັບຫວຽດນາມ. ທ່ານ ຟ້າມມີງຈິ໊ງ ໄດ້ສະເໜີໃຫ້ສອງຝ່າຍຕັ້ງໜ້າຊອກຫາທິດທາງປ່ຽນແປງໃໝ່, ປະດິດສ້າງໃນບັນດາຂົງເຂດສຳຄັນ; ຊົມເຊີຍ ແລະສະເໜີສອງຝ່າຍຈັດກອງປະຊຸມກຸ່ມປະຕິບັດວຽກງານແລກປ່ຽນການຮ່ວມມືດ້ານເສດຖະກິດດີຈີຕອນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: vov.vn.

ທ່ານລັດຖະມົນຕີການຕ່າງປະເທດ Vivian Balakrishnan ຢືນຢັນຈະຕັ້ງໜ້າຊຸກຍູ້ບັນດາຂົງເຂດ ແລະບັນຫາທີ່ຫວຽດນາມ ມີຄວາມສົນໃຈ, ໃນນັ້ນມີເສດຖະກິດການຄ້າ, ການລົງທຶນ, ເສດຖະກິດດີຈີຕອນ, ກໍ່ຄືການຮ່ວມມືເພື່ອຮັບມືກັບພະຍາດໂຄວິດ-19 ແລະສໍາຜັດກັບວັກຊິນກັນໂຄວິດ-19. ກະຊວງການຕ່າງປະເທດສິງກະໂປ ຈະຕັ້ງໜ້າຮ່ວມມືກັບກະຊວງການຕ່າງປະເທດຫວຽດນາມ ເພື່ອຜັນຂະຫຍາຍຄໍາເຫັນຊີ້ນໍາຂອງການນຳສອງປະເທດ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ ແລະແທດຈິງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຜົນປະໂຫຍດລວມ.

ໂດຍ: ກວຽດເຕິມ