ໃນການສົນທະນາທາງໂທລະສັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ, ຫວຽດນາມ ໄດ້ ແລະພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງ ສປຊ, ໃນນັ້ນມີການຮັບໜ້າທີ່ກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະພວມອອກສະໝັກເຂົ້າສະພາສິດທິມະນຸດ ອາຍຸການ 2023-2025.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຂອງ ສປຊ ໃຫ້ຫວຽດນາມ ໃນໄລຍະຜ່ານມາ ແລະສະເໜີບັນດາອົງການຈັດຕັ້ງ ສປຊ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍຫວຽດນາມ, ພິເສດແມ່ນການຜັນຂະຫຍາຍວັກຊິນ ແລະໃຫ້ຄໍາປຶກສານະໂຍບາຍຟື້ນຟູພາຍຫຼັງພະຍາດໂຄວິດ-19.

ສ່ວນທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ຖືວ່າ ຫວຽດນາມ ແມ່ນປັດໄຈສຳຄັນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ທ່ານສະແດງຄວາມຕື້ນຕັນໃຈຕໍ່ເລື່ອງຫວຽດນາມ ຫາກໍ່ຮັບເອົາ ແລະປິ່ນປົວໃຫ້ພາລະກອນ ສປຊ ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ເຊິ່ງສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນພ້ອມກັນຜ່ານຜ່າໂລກລະບາດ.

ເມື່ອແລກປ່ຽນກ່ຽວກັບສະພາບສາກົນ ແລະພາກພື້ນ, ສອງຝ່າຍແບ່ງປັນຄວາມສໍາຄັນໃນການຮັກສາ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລບົນພື້ນຖານກົດໝາຍສາກົນ,  ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຢັ້ງຢືນບົດບາດໃຈກາງຂອງອາຊຽນ ໃນການແກ້ໄຂບັນດາບັນຫາຢູ່ພາກພື້ນ.

ໂດຍ: ທະນາພອນ