leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະຄະນະປະຕິບັດງານໄດ້ໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ນັກຂ່າວອາວຸໂສ ດັ້ງມີງເຟືອງ. ພາບ: ຖົ໋ງເຍິດ

ມາຢ້ຽມຢາມນັກຂ່າວອາວຸໂສ ດັ້ງມີງເຟືອງ, ປີນີ້ອາຍຸ 93 ປີ, ຜູ້ທີ່ເຄີຍເຮັດວຽກຢູ່ສຳນັກງານໜັງສືພິມຂອງພັກ 3 ແຫ່ງ, ຄື: ກູ້ຊາດທາງທິດໃຕ້ພາກກາງ, ທຸງປົດປ່ອຍ ແລະປະຊາຊົນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງທິດນຳເປັນນັກຂ່າວຂອງນັກຂ່າວອາວຸໂສ ດັ້ງມີງເຟືອງ ທີ່ວ່າ "ກ່ອນອື່ນໝົດ, ນັກຂ່າວຕ້ອງມີຄວາມຊື່ສັດ, ເຖິງວ່າຈະຢູ່ໃນສະພາບການໃດກໍ່ຕ້ອງສ່ອງແສງໃຫ້ຖືກຕ້ອງ ແລະຖືວ່ານີ້ແມ່ນບົດຮຽນອັນລ້ຳຄ່າສຳລັບນັກຂ່າວລຸ້ນຕ່າງໆ. ຜ່ານນັກຂ່າວອາວຸໂສ ດັ້ງມີງເຟືອງ, ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຄໍາຢ້ຽມຢາມຖາມຂ່າວ ແລະອວຍພອນເຖິງບັນດານັກຂ່າວທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ.

ກໍ່ໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ໄປຢ້ຽມຢາມຄອບຄົວຂອງອະດີດນັກຂ່າວ ຫື໊ວເທາະ, ອະດີດຫົວໜ້າຄະນະແນວຄິດ-ວັດທະນະທຳສູນກາງ, ອະດີດຫົວໜ້າບັນນາທິການໜັງສືພິມປະຊາຊົນ.

ໂດຍ: ທະນາພອນ