leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Tredene Cherie Dobson ເອກອັກຄະລັດຖະທູດນິວຊີແລນ ເຂົ້າຍື່ນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການຕ້ອນຮັບທ່ານນາງ Tredene Cherie Dobson ເອກອັກຄະລັດຖະທູດນິວຊີແລນ ເຂົ້າຍື່ນສານຕາຕັ້ງ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍທ່ານນາງ Tredene Cherie Dobson ທີ່ໄດ້ຮັບການເລືອກຕັ້ງເປັນເອກອັກຄະລັດຖະທູດ ປະຈໍາ ຫວຽດນາມ; ທ່ານ ຫວັງວ່າ ທ່ານນາງເອກອັກຄະລັດຖະທູດ ຈະມີຫຼາຍຂໍ້ລິເລີ່ມເພື່ອຊຸກຍູ້ຂົງເຂດຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ຄຽງຂ້າງນັ້ນ, ຫວຽດນາມ ປາດຖະໜາຢາກພ້ອມກັບນິວຊີແລນ ແລະບັນດາຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍສັນຍາ CPTPP, ຊຸກຍູ້ວິວັດທະນາການໃຫ້ສັດຕະຍາບັນ ແລະປະຕິບັດສັນຍາ RCEP ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Luis Pablo Maria Beltramino ເອກອັກຄະລັດຖະທູດອາກຊັງຕິນ ເຂົ້າຍື່ນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການຕ້ອນຮັບທ່ານ Luis Pablo Maria Beltramino ເອກອັກຄະລັດຖະທູດອາກຊັງຕິນ ເຂົ້າຍື່ນສານຕາຕັ້ງ, ທ່ານປະທານປະເທດ ຫງວຽນຊວນຟຸກ  ຫວັງວ່າ ສອງຝ່າຍຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເສີມຂະຫຍາຍບັນດາກົນໄກເຈລະຈາ, ການຮ່ວມມືຢ່າງມີປະສິດທິຜົນແນໃສ່ນຳການພົວພັນຄູ່ຮ່ວມມືຮອບດ້ານສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງກວ່າອີກ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Samina Mehtab ເອກອັກຄະລັດຖະທູດປາກິດສະຖານ ເຂົ້າຍື່ນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການຕ້ອນຮັບທ່ານນາງ Samina Mehtab ເອກອັກຄະລັດຖະທູດປາກິດສະຖານ ເຂົ້າຍື່ນສານຕາຕັ້ງ, ທ່ານປະທານປະເທດ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ໃນຖານະຕຳແໜ່ງໃໝ່, ທ່ານນາງເອກອັກຄະລັດຖະທູດປາກິດສະຖານ ຈະມີຫຼາຍກິດຈະກຳເຄື່ອນໄຫວເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນມີການສົ່ງເສີມການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າສອງຝ່າຍ, ຮ່ວມມືໃນບັນດາເວທີປາໄສພາກພື້ນ ແລະຫຼາຍຝ່າຍ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Cristina Romila ເອກອັກຄະລັດຖະທູດຣູມານີ ເຂົ້າຍື່ນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການຕ້ອນຮັບທ່ານນາງ Cristina Romila ເອກອັກຄະລັດຖະທູດຣູມານີ ເຂົ້າຍື່ນສານຕາຕັ້ງ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ; ຂອບໃຈຣູມານີ ທີ່ໄດ້ຕັ້ງໜ້າສະໜັບສະໜູນ, ຊຸກຍູ້ການລົງນາມໃນສັນຍາ EVFTA ແລະ EVIPA ໃນໄລຍະທີ່ປະເທດຣູມານີ ເປັນປະທານໝູນວຽນສະຫະພາບເອີຣົບ. ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສ້າງກົນໄກຮ່ວມມືເປັນຕົ້ນແມ່ນ: ຄະນະກຳມະການລະຫວ່າງລັດຖະບານ, ຂຸດຄົ້ນທ່າແຮງຂອງສອງປະເທດ ເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ຄື: ການຄ້າ, ການລົງທຶນ, ການທ່ອງທຽ່ວ.

ໂດຍ: ທະນາພອນ