leftcenterrightdel
ທ່ານ ຫວູຫ໋າຍຮ່າ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຫົວຂໍ້ປຶກສາຫາລືຂອງກອງປະຊຸມປີນີ້ແມ່ນ “ເພີ່ມທະວີຄວາມສາມາດຟື້ນຟູຂອງລະບົບສະໜອງ ແລະຍູ້ແຮງການເຊື່ອມຕໍ່ການຄ້າ”. ເພື່ອແນໃສ່ປະກອບສ່ວນເພີ່ມທະວີຄວາມສາມາດຟື້ນຟູຂອງລະບົບສະໜອງ ແລະຍູ້ແຮງການເຊື່ອມຕໍ່ດ້ານການຄ້າ, ຄະນະຜູ້ແທນຫວຽດນາມ ສະເໜີໃຫ້ບັນດາລັດຖະສະພາ AIPA ສືບຕໍ່ກວດກາ ແລະປັບປຸງກອບນິຕິກໍາໃຫ້ສົມບູນເພື່ອຊຸກຍູ້ການຫັນການຄ້າ ແລະການລົງທຶນໃຫ້ມີຄວາມສະດວກ, ຮັບປະກັນການຈໍລະຈອນສິນຄ້າ ແລະລະບົບສະໜອງໃນພາກພື້ນບໍ່ໃຫ້ຕັດຕອນ; ຊຸກຍູ້ການໃຫ້ສັດຕະຍາບັນບັນດາສັນຍາການຄ້າເສລີ; ເພີ່ມທະວີການຕິດຕາມກວດກາລັດຖະສະພາຕໍ່ກັບເລື່ອງປະຕິບັດບັນດາຄໍາໝັ້ນສັນຍາກ່ຽວກັບການລົງທຶນ ແລະການຄ້າໃນຂອບເຂດພາກພື້ນ ແລະສາກົນ; ສ້າງວິທີການໃໝ່ໃນການຊຸກຍູ້ການພົວພັນການຄ້າສອງຝ່າຍ ແລະສົ່ງເສີມຕະຫຼາດຜ່ານລະບົບທາງໄກ; ຜັນຂະຫຍາຍການເຄື່ອນໄຫວເຊື່ອມຕໍ່ການພົວພັນແລກປ່ຽນທາງໄກລະຫວ່າງບັນດາວິສາຫະກິດ...

ໂດຍ: ເກື່ອງດັ້ງ