ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງເລື່ອງການາດາ ເປັນເຈົ້າການເພີ່ມທະວີການພົວພັນກັບອາຊຽນ ແລະຫວຽດນາມ; ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍແທດຈິງຂອງການາດາ ທີ່ສະຫງວນໃຫ້ຫວຽດນາມ ໃນການແກ້ໄຂໄພທຳມະຊາດຢູ່ພາກກາງຫວຽດນາມ ແລະຮັບມືກັບພະຍາດໂຄວິດ-19, ພິເສດແມ່ນການສຳຜັດກັບວັກຊິນ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ສົນທະນາທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດການາດາ Marc Garneau. ພາບ: nhandan.com.vn.

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານການແພດປ້ອງກັນ, ຕ້ານພະຍາດໂຄວິດ-19, ການໜູນຊ່ວຍຫວຽດນາມ ໄດ້ສຳຜັດກັບວັກຊິນປ້ອງກັນພະຍາດໂຄວິດ-19. ຊຸກຍູ້ການຄ້າສອງສົ້ນໃຫ້ຂຶ້ນເຖິງ 8 ຕື້ໂດລາສະຫະລັດ ໃນ 2 ປີຈະມາເຖິງ, ສົ່ງເສີມວິສາຫະກິດສອງປະເທດໝູນໃຊ້ໂອກາດຈາກສັນຍາ CPTPP, ເພີ່ມທະວີການຮ່ວມມືດ້ານການສຶກສາ, ເປີດກວ້າງການຮ່ວມມືໃນຂົງເຂດການເງິນ, ເສດຖະກິດດີຈີຕອນ, ປ່ຽນແປງໃໝ່ຫົວຄິດປະດິດສ້າງ, ພັດທະນາແບບຍືນຍົງ, ພະລັງງານສະອາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນ.

ລັດຖະມົນຕີສອງທ່ານ ກໍ່ແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ, ຢັ້ງຢືນເຖິງການເຊີດຊູການເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ໂດຍ: ແສງເດືອນ