ທ່ານປະທານາທິບໍດີສີລັງກາ ຢັ້ງຢືນວ່າ ສີລັງກາ ປາດຖະໜາຢາກສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນຫວຽດນາມ ໃນເວທີປາໄສສາກົນ. ທ່ານ Gotabaya Rajapaksa ເນັ້ນໜັກວ່າ ການພົວພັນອັນອົບອຸ່ນທີ່ໄດ້ທົດສອບຜ່ານການເວລາລະຫວ່າງ ສີລັງກາ ແລະຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງ, ພັດທະນາດີງາມຢ່າງບໍ່ຢຸດຢັ້ງຈາກການນຳສອງປະເທດ, ທ່ານປາດຖະໜາຢາກໃຫ້ສອງຝ່າຍຍູ້ແຮງການຮ່ວມມືເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍຄືໃນປະຈຸບັນ, ເປັນຕົ້ນແມ່ນ: ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ເປີດກວ້າງຂົງເຂດຮ່ວມມືໃໝ່ ເພື່ອຟ້ືນຟູເສດຖະກິດໃນໄລຍະຫຼັງໂລກລະບາດ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສົນທະນາທາງໂທລະສັບກັບທ່ານປະທານາທິບໍດີ ສີລັງກາ Gotabaya Rajapaksa. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Gotabaya Rajapaksa, ສີລັງກາ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃນວິວັດແຫ່ງການພັດທະນາ, ຄວບຄຸມພະຍາດໂຄວິດ-19 ແລະຟື້ນຟູພັດທະນາເສດຖະກິດໂດຍໄວ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບສີລັງກາ ໃນການຮັບມືກັບພະຍາດໂຄວິດ-19.

ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ກັບສີລັງກາ, ທ່ານ ຫງວຽນຝູຈ້ອງ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ຄວາມເຂົ້າອົກເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຊຸກຍູ້ການພົບປະ ແລະການແລກປ່ຽນຂັ້ນສູງ ແລະຂັ້ນຕ່າງໆ, ສະເໜີໃຫ້ອົງການຕ່າງໆຂອງສອງປະເທດເສີມຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວ, ເພີ່ມທະວີການແລກປ່ຽນ, ຊຸກຍູ້ການຮ່ວມມືດ້ານການເມືອງ, ເສດຖະກິດ, ການລົງທຶນ, ການຄ້າ, ກະສິກຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທຳ-ການສຶກສາ... ກໍ່ຄືສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການທາບທາມຄຳເຫັນ, ສະໜັບສະໜູນກັນໃນອົງການຈັດຕັ້ງພາກພື້ນ ແລະສາກົນ.

ໂດຍ: ແສງເດືອນ