ໃນການໂອ້ລົມທາງໂທລະສັບ, ທ່ານ ຟ້າມມີງຈີ໊ງ ຢັ້ງຢືນວ່າ ຝະລັ່ງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ຢູ່ເອີລົບ ແລະປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືທີ່ເປັນມູນເຊື້ອ, ໄວ້ເນື້ອເຊື່ອໃຈ  ແລະຍຸດທະສາດລະຫວ່າງສອງປະເທດກວ່າອີກ.

ສ່ວນທ່ານ Jean Castex ກໍ່ຕີລາຄາສູງຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ທ່ານເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າໃນນະໂຍບາຍຂອງ ຝະລັ່ງ ມຸ່ງໄປເຖິງພາກພື້ນ. ທ່ານ Jean Castex ໄດ້ຕີລາຄາສູງຕໍ່ຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ ແລະສາກົນ, ພິເສດແມ່ນໝາກຜົນຂອງຫວຽດນາມ ໃນໄລຍະຜ່ານມາທັງຮັບມືກັບພະຍາດໂຄວິດ-19 ທັງພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Jean Castex ນາຍົກລັດຖະມົນຕີຝະລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາສອງທ່ານ ໄດ້ເຫັນດີເປັນເອກະພາບພ້ອມກັນແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ໜູນຊ່ວຍການສະໜອງວັກຊິນ ແລະສົມທົບມາດຕະການຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19; ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍ, ໝູນໃຊ້ສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ ແລະສໍາເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ໂດຍໄວ; ສ້າງເງື່ອນໄຂໃຫ້ແກ່ການສົ່ງອອກສິນໃນນ້ຳ, ຜະລິດຕະພັນກະເສດຫວຽດນາມ ເຂົ້າຕະຫຼາດຝະລັ່ງ, ເປັນຕົ້ນແມ່ນໝາກໄມ້ທີ່ພວມຢູ່ໃນລະດູເກັບກ່ຽວຂອງຫວຽດນາມ, ຄື: ໝາກລິນຈີ່, ໝາກມ່ວງ, ໝາກມັງກອນ...

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ແລກປ່ຽນ ແລະຢັ້ງຢືນເຖິງຄວາມສໍາຄັນຂອງການຮັບປະກັນຄວາມເສລີໃນການເດີນທະເລ, ການບິນ, ຄວາມໝັ້ນຄົງ ແລະສັນຕິພາບຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງບົດບາດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ວ່າແມ່ນກອບນິຕິກຳໃຫ້ແກ່ການເຄື່ອນໄຫວຢູ່ທະເລ ແລະມະຫາສະໝຸດທັງໝົດ.

ໂດຍ: ເຈິ່ນຮວ່ຽນ