leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຈົດໝາຍ, ທ່ານ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍຜົນງານ, ວິລະກຳຂອງນາຍ ແລະພົນທະຫານ, ພະນັກງານ, ຄູອາຈານ, ນັກຄົ້ນຄວ້າ, ນັກສຶກສາ ແລະນັກຮົບຂອງວິທະຍາຄານພະລາທິການ ໃນ 70 ປີຜ່ານມາ.

ທ່ານ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ວິທະຍາຄານພະລາທິການ ຈະສືບຕໍ່ມານະພະຍາຍາມສູ້ຊົນ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບໃນການກໍ່ສ້າງ ແລະຄົ້ນຄວ້າວິທະຍາສາດ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ຕັ້ງໜ້າປະກອບສ່ວນກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ.

ໂດຍ: ເຈິ່ນຮວ່ຽນ