leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຈ໊ຽນທັ໊ງ.

ທີ່ກອງປະຊຸມ, ທ່ານ ເວືອງດິ່ງເຫວ້ ຖືວ່າ ຫວຽດນາມ ຄວນຖືການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດມະຫາພາກເປັນສຳຄັນ,  ມີແຜນການໃຫ້ແກ່ການເຕີບໂຕ ແລະການປ່ອຍເງິນລົງທຶນສາທາລະນະໂດຍໄວ, ຍູ້ໄວຍຸດທະສາດວັກຊິນດ້ວຍຂັ້ນຕອນ, ແຜນການລະອຽດເພື່ອສາມາດພູມຄຸ້ມກັນຮ່າງກາຍໃນວົງຄະນະຍາດໂດຍໄວ, ສ້າງພື້ນຖານສໍາຄັນເພື່ອທ່ວງທັນກັບພື້ນຖານເສດຖະກິດໂລກ. ກອງປະຊຸມໄດ້ດໍາເນີນເພື່ອແນໃສ່ຕີລາຄາການປະຕິບັດນະໂຍບາຍໜູນຊ່ວຍຜູ້ອອກແຮງງານທີ່ຖືກວ່າງງານ ແລະບັນດາເປົ້າໝາຍຖືກຜົນສະທ້ອນຈາກພະຍາດໂຄວິດ-19 ຕາມມະຕິສະບັບຕ່າງໆຂອງສະພາແຫ່ງຊາດ ແລະລັດຖະບານໃນໄລຍະຜ່ານມາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຈ໊ຽນທັ໊ງ.

ພາຍຫຼັງຮັບຟັງຄໍາເຫັນຂອງບັນດາອົງການສະພາແຫ່ງຊາດ, ລັດຖະບານ, ທ່ານ ເວືອງດິ່ງເຫວ້ ສະເໜີຄະນະປະຈຳກຳມາທິການກ່ຽວກັບບັນດາບັນຫາສັງຄົມ ສືບຕໍ່ອັບເດັດການຜັນຂະຫຍາຍມະຕິສະບັບຕ່າງໆຂອງສະພາແຫ່ງຊາດ ແລະລັດຖະບານຜ່ານສະພາປະຊາຊົນທ້ອງຖິ່ນຕ່າງໆ; ພ້ອມທັງສະເໜີລັດຖະບານສະຫຼຸບຕີລາຄາບ້ວງເງິນໜູນຊ່ວຍບັນດາເປົ້າໝາຍຖືກຜົນສະທ້ອນຈາກພະຍາດໂຄວິດ-19, ໃນນັ້ນມີທັງກຸ່ມຫົວໜ່ວຍພາລະກິດ, ພາກສ່ວນເສດຖະກິດບໍ່ເປັນທາງການເພື່ອລາຍງານທີ່ກອງປະຊຸມຂອງສະພາແຫ່ງຊາດ.

ເພື່ອປະກອບສ່ວນປະຕິບັດນະໂຍບາຍພັດທະນາເສດຖະກິດ-ສັງຄົມເວົ້າລວມ ແລະນະໂຍບາຍໜູນຊ່ວຍບັນດາເປົ້າໝາຍຖືກຜົນສະທ້ອນຈາກພະຍາດໂຄວິດ-19 ເວົ້າສະເພາະຢ່າງມີປະສິດທິຜົນ, ທ່ານ ເວືອງດິ່ງເຫວ້ ສະເໜີລັດຖະບານ ມີແຜນການເຕີບໂຕໂດຍໄວ, ຍູ້ແຮງການປ່ອຍເງິນລົງທຶນສາທາລະນະໃນໄລຍະຈະມາເຖິງ; ຜັນຂະຫຍາຍການນໍາມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ເຂົ້າໃນການດໍາລົງຊີວິດຢ່າງໄວ.

ໂດຍ: ເຈິ່ນຮວ່ຽນ