ທີ່ການເຮັດວຽກ, ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ດ້ວຍການຊີ້ນຳຢ່າງຂ້ຽວຂາດຂອງພັກ, ລັດ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ການເຂົ້າຮ່ວມຂອງທົ່ວລະບົບການເມືອງ ແລະການຕອບສະໜອງ, ການເຫັນດີເຫັນພ້ອມ, ການມີຄວາມຮັບຜິດຊອບຂອງປະຊາຊົນທຸກຖ້ວນໜ້າ, ຫວຽດນາມ ໄດ້ຮັບການຮັບຮູ້ວ່າແມ່ນຈຸດພົ້ນເດັ່ນໃນໂລກກ່ຽວກັບການປະຕິບັດ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງພັດທະນາເສດຖະກິດ-ສັງຄົມ. ເຖິງຢ່າງໃດກໍ່ຕາມ, ພະຍາດໂຄວິດ-19 ນັບມື້ນັບຜັນແປຢ່າງສັບສົນ, ຮຽກຮ້ອງໃຫ້ພວກເຮົາຕ້ອງມີມາດຕະການປ້ອງກັນພະຍາດຕາມທິດນຳທີ່ວ່າ “5K+ວັກຊິນ” ແລະໝູນໃຊ້ເຕັກໂນໂລຢີເພື່ອປະຕິບັດໃຫ້ໄດ້ “ເປົ້າໝາຍຄວບຄູ່” ທັງປ້ອງກັນພະຍາດໂຄວິດ-19 ແລະພັດທະນາເສດຖະກິດ. ໃນນັ້ນ, “ຍຸດທະສາດວັກຊິນ” ແມ່ນມາດຕະການທີ່ມີປະສິດທິຜົນ, ຍາວນານ, ມີລັກສະນະຍຸດທະສາດ ແລະຕັດສິນເພື່ອຫຼຸດພ້ົນອອກຈາກພະຍາດໂຄວິດ-19.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ການເຮັດວຽກ, ຜູ້ຕາງໜ້າກະຊວງສາທາລະນະສຸກ ໄດ້ລາຍງານກັບທ່ານນາຍົກລັດຖະມົນຕີ ກ່ຽວກັບໝາກຜົນການຄົ້ນຄວ້າການໝູນໃຊ້ວິທະຍາສາດເຕັກໂນໂລຢີຂອງຂະແໜງສາທາລະນະສຸກ ທີ່ຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ. ໃນນັ້ນ, ການຄົ້ນຄວ້າພັດທະນາຊຸດກິດກວດຫາເຊື້ອ, ໄດ້ນຳຫວຽດນາມ ກາຍເປັນໜຶ່ງໃນ 5 ປະເທດພັດທະນາຊຸດກິດທີ່ປະສົບຜົນສຳເລັດ; ການຄົ້ນຄວ້າຜະລິດເຄື່ອງຊ່ວຍຫາຍໃຈ; ວິທີປິ່ນປົວໃໝ່; ພັດທະນາ ແລະອອກໃບອະນຸຍາດວັກຊິນ; ພັດທະນາວັກຊິນປ້ອງກັນພະຍາດໂຄວິດ-19 ໃນປະເທດ. ມາຮອດປະຈຸບັນ, ໃນປະເທດມີ 2 ບໍລິສັດພວມຄົ້ນຄວ້າວັກຊິນປ້ອງກັນພະຍາດໂຄວິດ-19 ແມ່ນວັກຊິນ Nanocovax ຂອງບໍລິສັດຫຸ້ນສ່ວນເຕັກໂນໂລຢີຊີວະວິທະຍາການຢາ Nanogen ແລະວັກຊິນ COVIVAC ຂອງສະຖາບັນວັກຊິນ ແລະຊີວະສາດວິທະຍາຍາຈາງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລກປ່ຽນກັບບັນດາສະຖາບັນຄົ້ນຄວ້າ, ຜະລິດວັກຊິນປ້ອງກັນພະຍາດໂຄວິດ-19 ພາຍໃນປະເທດ. ພາບ: ສຳນັກຂ່າວສານຫວຽດນາມ.

ຄຽງຂ້າງກັນນັ້ນ, ກະຊວງສາທາລະນະສຸກ ສະເໜີໃຫ້ລັດຖະບານ ແລະບັນດາກະຊວງ, ຂະແໜງການອະນຸຍາດໃຫ້ໝູນໃຊ້ທຸກກົນໄກ, ນະໂຍບາຍບູລິມະສິດຂອງກົດໝາຍວ່າດ້ວຍການລົງທຶນ, ການລົງທຶນທີ່ມີການນຳໃຊ້ເຕັກໂນໂລຢີສູງທີ່ສຸດເຂົ້າໃນໂຄງການຄົ້ນຄວ້າ, ຜະລິດ  ຫຼື ຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນປ້ອງກັນພະຍາດໂຄວິດ-19. ກະຊວງສາທາລະນະສຸກ ກໍ່ສະເໜີໃຫ້ລັດຖະບານອະນຸຍາດໃຫ້ກໍ່ສ້າງສູນຖ່າຍຖອດເຕັກໂນໂລຢີໃນການຜະລິດວັກຊິນ, ຜະລິດຕະພັນການແພດ, ລົງທຶນກໍ່ສ້າງ, ພັດທະນາສູນຄົ້ນຄວ້າ, ສູນຖ່າຍຖອດເຕັກໂນໂລຢີໃນການຜະລິດວັກຊິນທີ່ໃຊ້ກັບຄົນ, ສູນທົດລອງ, ໂຮງງານຜະລິດວັກຊິນໄດ້ມາດຕະຖານສາກົນ.

ໂດຍ: ແສງເດືອນ