leftcenterrightdel
 
leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງທ່ານພົນໂທ ຫງວຽນເຕິນເກືອງ ດໍາລົງຕໍາແໜ່ງເປັນຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ. ພາບ: ງອັກຮືງ.

ຕາງໜ້າການນໍາພັກ, ລັດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງທ່ານພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ດໍາລົງຕໍາແໜ່ງເປັນຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄໍາເຫັນຊົມເຊີຍ ແລະມອບໜ້າທີ່ໃຫ້ທ່ານພົນໂທ ຫງວຽນເຕິນເກືອງ. ພາບ: ງອັກຮືງ.

ກ່າວຄໍາເຫັນຊົມເຊີຍ ແລະມອບໜ້າທີ່ໃຫ້ທ່ານພົນໂທ ຫງວຽນເຕິນເກືອງ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ທ່ານພົນໂທ ຫງວຽນເຕິນເກືອງ ເປັນພະນັກງານທີ່ມີຄຸນທາດການເມືອງ, ມີຄຸນສົມບັດທີ່ດີ, ໄດ້ຮັບການບໍາລຸງສ້າງໂດຍພື້ນຖານ, ໄດ້ຝຶກຝົນຫຼໍ່ຫຼອມ, ທົດສອບຜ່ານຫຼາຍຕໍາແໜ່ງ. ໃນຕໍາແໜ່ງທີ່ໄດ້ຮັບການມອບໝາຍ, ສະຫາຍ ຫງວຽນເຕິນເກືອງ ລ້ວນແຕ່ປະຕິບັດສໍາເລັດພາລະໜ້າທີ່ໄດ້ເປັນຢ່າງດີ.

ສໍາລັບທ່ານພົນໂທ ຫງວຽນເຕິນເກືອງ, ທ່ານປະທານປະເທດ ສະເໜີໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ແນວຄິດ, ຈົ່ງຮັກພັກດີຕໍ່ພັກ, ລັດ ແລະປະຊາຊົນ; ມານະພະຍາຍາມພ້ອມກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດເຮັດວຽກງານເປັນເສນາທິການໃຫ້ພັກ, ລັດ ໃຫ້ເປັນຢ່າງດີກວ່າອີກ ເພື່ອຊີ້ນໍາ, ນໍາພາຍົກສູງຄຸນນະພາບການຝຶກແອບ, ກຽມພ້ອມສູ້ຮົບ, ຮັບປະກັນໃຫ້ກອງທັບຍາມໃດກໍ່ປະຕິບັດສໍາເລັດໜ້າທີ່ເຊິ່ງ ພັກ, ລັດ ແລະປະຊາຊົນ ມອບໝາຍໃຫ້.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ພິທີ. ພາບ: ງອັກຮືງ.
leftcenterrightdel
ທ່ານພົນໂທ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ມອບດອກໄມ້ອວຍພອນທ່ານພົນໂທ ຫງວຽນເຕິນເກືອງ.  ພາບ: ງອັກຮືງ.
leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ... ອວຍພອນທ່ານພົນໂທ ຫງວຽນເຕິນເກືອງ. ພາບ: ງອັກຮືງ.

ກ່າວຄໍາເຫັນທີ່ພິທີ, ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ແລະມີຄວາມຈິງໃຈທີ່ສຸດມາຍັງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ບັນດາຄະນະ, ກະຊວງ, ຂະແໜງການ ແລະທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ຕົນເອງຍາມໃດກໍ່ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນຕະຫຼອດໄປ; ຈະອອກແຮງຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ; ພ້ອມທັງປະຕິຍານຕົນວ່າຈະສືບຕໍ່ມານະພະຍາຍາມສູ້ຊົນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມເພື່ອປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃນທຸກໜ້າທີ່ວຽກງານ; ຍົກສູງຄວາມຮັບຜິດຊອບໃນການເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ຮັກສາ ແລະເສີມຂະຫຍາຍຄຸນນະທາດທະຫານລຸງໂຮ່ ແລະມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ.

ໂດຍ: ໄຊຊະນະ