ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ, ຢັ້ງຢືນວ່າ ເຕັກໂນໂລຢີໃໝ່ໄດ້ຊ່ວຍໃຫ້ມວນມະນຸດບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງ, ຊຸກຍູ້ການຮ່ວມມື, ພັດທະນາ ແລະປະກອບສ່ວນແກ້ໄຂບັນຫາຮີບດ່ວນໃນທົ່ວໂລກເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ພະລັງງານຜະລິດຄືນໃໝ່, ຕ້ານໂລກລະບາດ, ການກໍ່ການຮ້າຍ ແລະຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ໃນຫຼາຍປີຜ່ານມາ, ສະພາຄວາມໝັ້ນຄົງ ໄດ້ນໍາໃຊ້ເຕັກໂນໂລຢີໃໝ່ ຄື ໂດຣນ (UAV) ຢ່າງມີປະສິດທິຜົນເພື່ອປົກປ້ອງສາມັນຊົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ກໍາລັງຮັກສາສັນຕິພາບຢູ່ ສປ. ກົງໂກ, ສ. ອາຟະລິກາກາງ, ມາລີ ກໍຄື ນຳໃຊ້ເຂົ້າໃນການສືບສວນ-ສອບສວນອາດຊະຍາກໍາ IS ຢູ່ ອີຣັກ.

leftcenterrightdel
ທ່ານເອກອັກຄະລັດຖະທູດ  ຟ້າມຫ໋າຍແອັງ, ອຸປະທູດຊົ່ວຄາວຂອງຫວຽດນາມ ປະຈໍາ ສປຊ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ເຖິງຢ່າງໃດກໍຕາມ, ຕາມທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ແລ້ວ ການຄົ້ນຄວ້າ, ພັດທະນາ ແລະນໍາໃຊ້ເຕັກໂນໂລຢີໃໝ່ແມ່ນຕ້ອງເພື່ອຈຸດປະສົງສັນຕິພາບ ແລະການພັດທະນາຂອງມວນມະນຸດ, ສອດຄ່ອງກັບກົດໝາຍສາກົນ, ກົດບັດ ສປຊ ແລະຄຳນຶງເຖິງຜົນປະໂຫຍດຂອງບັນດາປະເທດກໍາລັງພັດທະນາຢ່າງສົມເຫດສົມຜົນ. ເພື່ອບັນລຸໄດ້ເປົ້າໝາຍນີ້, ບັນດາປະເທດຕ້ອງມີວິທີສໍາຜັດຢ່າງຮອບດ້ານ, ສັງລວມ, ໂປ່ງໃສ ແລະສ້າງສັນຢູ່ເວທີປາໄສຂອງ ສປຊ, ນັບທັງທາງດ້ານນິຕິກໍາກ່ຽວກັບການດັດປັບເຕັກໂນໂລຢີໃໝ່.

ໂດຍ: ໄຊຊະນະ