ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຂ່ຳນັບຊົມເຊີຍສະມາຄົມພຸດທະສາສະໜາຫວຽດນາມ ພ້ອມກັບສາສະນິກະຊົນທຸກຖ້ວນໜ້າເນື່ອງໃນໂອກາດວັນວິສາຂະບູຊາ. ທ່ານ ຫງວຽນຊວນຟຸກ ຕີລາຄາສູງຕໍ່ສະມາຄົມພຸດທະສາສະໜາຫວຽດນາມ ແລະພະສົງ ສຳມະເນນ, ພຸດທະສາສະນິກະຊົນໃນທົ່ວປະເທດ ທີ່ມີການເຄື່ອນໄຫວຕັ້ງໜ້າຫຼາຍຢ່າງ, ຮ່ວມແຮງຮ່ວມໃຈພ້ອມກັບອໍານາດການປົກຄອງທຸກຂັ້ນໃນການສະກັດກັ້ນພະຍາດໂຄວິດ-19, ປົກປ້ອງສຸຂະພາບຂອງວົງຄະນະຍາດ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ  ມອບຂອງຂວັນທີ່ລະນຶກໃຫ້ແກ່ສະມາຄົມພຸດທະສາສະໜາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ສະແດງຄວາມເຊື່ອໝັ້ນ ແລະປາດຖະໜາວ່າ ສະມາຄົມພຸດທະສາສະໜາຫວຽດນາມ ຈະສືບຕໍ່ສະແດງໃຫ້ເຫັນບົດບາດ, ອິດທິພົນຊື່ສຽງຂອງຕົນໃນການເພີ່ມທະວີກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ມີຄວາມສາມັກຄີລະຫວ່າງສາສະໜານໍາກັນ, ເສີມຂະຫຍາຍກໍາລັງແຮງຂອງການເຊື່ອຖື, ເຫຼື້ອມໃສສາສະໜາ, ຂອງວັດທະນະທໍາເພື່ອພັດທະນາປະເທດຊາດ. ທ່ານປະທານປະເທດ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕັ້ງໜ້າເບິ່ງແຍງດູແລ, ປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາຂອງພັກ, ລັດ; ຮັບປະກັນໃຫ້ແກ່ສາສະໜາໄດ້ເຄື່ອນໄຫວຢ່າງຖືກຕ້ອງກັບຄະຕິທໍາ, ຈຸດປະສົງ, ຖືກກັບກົດໝາຍ; ເພີ່ມທະວີວຽກງານຕໍ່ສູ້ກັບການສວຍໃຊ້ການເຫຼື້ອມໃສ, ເຊື່ອຖືສາສະໜາຢ່າງຜິດກົດໝາຍ.

ໂດຍ: ທູຈາງ