ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ໃຫ້ຮູ້ວ່າ ເຂດທົ່ງພຽງແມ່ນ້ຳຂອງ ເຊິ່ງມີປະຊາກອນກວ່າ 20 ລ້ານຄົນ, ມີຄວາມສາມາດບົ່ມຊ້ອນດ້ານທີ່ດິນ, ປະຊາຊົນ, ມູນເຊື້ອປະຫວັດສາດ. ເຖິງຢ່າງໃດກໍ່ຕາມ, ພວກເຮົາຍັງຂາດກົນໄກນະໂຍບາຍ. ສະນັ້ນ, ຕ້ອງສະເໜີກົນໄກ, ນະໂຍບາຍທີ່ເໝາະສົມໂດຍໄວ ເພື່ອພັດທະນາປະເທດເວົ້າລວມ ແລະເຂດທົ່ງພຽງແມ່ນ້ຳຂອງເວົ້າສະເພາະ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ເຍິດບັກ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ເນັ້ນໜັກວ່າ “ສຳລັບເຂດທົ່ງພຽງແມ່ນ້ຳຂອງເວົ້າລວມ ແລະເກິນເທີ ເວົ້າສະເພາະ, ຕ້ອງສຸມໃສ່ແກ້ໄຂບັນດາບັນຫາດັ່ງຕໍ່ໄປນີ້, ທຳອິດແມ່ນຕ້ອງຄົ້ນຄວ້າຄືນລະບົບຄົມມະນາຄົມທັງໝົດຂອງເຂດທົ່ງພຽງແມ່ນ້ຳຂອງ, ໃນນັ້ນເກິນເທີ ແມ່ນສູນກາງ. ພັດທະນາທາງນໍ້າພາຍໃນປະເທດເພາະວ່ານີ້ແມ່ນທ່າແຮງຂອງທ້ອງຖິ່ນ ແລະເຂດພາກ.

ທີສອງແມ່ນນອກຈາກການພັດທະນາທາງນໍ້າ, ການຄົມມະນາຄົມທາງທະເລ ແລະການບິນແລ້ວ, ພວກເຮົາຕ້ອງພັດທະນາທາງບົກຕື່ມອີກ, ໃນນັ້ນມີລະບົບທາງດ່ວນ. ລັດຖະບານກໍ່ພວມຮຽກຮ້ອງແຂວງຕ່າງໆກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັບລັດຖະບານ, ກໍ່ສ້າງລະບົບທາງດ່ວນເກິນເທີ - ກາເມົາ. ສອງແມ່ນຄົ້ນຄວ້າເພື່ອໃຫ້ລະບົບເສັ້ນທາງດ່ວນນີ້ໄປຍັງເຂດຊາຍແດນກຳມີຄວາມສະດວກທີ່ສຸດ”.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ເຍິດບັກ

ກໍ່ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ໃນສະພາບການພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ໄດ້ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງ, ບັນດາອົງການແນວໂຮມປະເທດຊາດ, ອົງການຈັດຕັ້ງການເມືອງສັງຄົມ ແລະພິເສດແມ່ນປະຊາຊົນຮ່ວມແຮງຮ່ວມໃຈໃນການປ້ອງກັນ, ຕ້ານພະຍາດ, ຮັບປະກັນໃຫ້ການເລືອກຕັ້ງໄດ້ດໍາເນີນຢ່າງປອດໄພ.

ໂດຍ: ທະນາພອນ