ສະເໜີໂຄງການກະທຳທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: “ຖ້າໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ນັ້ນແມ່ນຄວາມເປັນກຽດທີ່ສຸດ, ຂ້າພະເຈົ້າຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນດ້ວຍປະສົບການເປັນສະມາຊິກສະພາແຫ່ງຊາດ ແລະເຄີຍດຳລົງຕຳແໜ່ງປະທານສະພາແຫ່ງຊາດ, ຂ້າພະເຈົ້າຈະພະຍາຍາມຈົນສຸດຄວາມສາມາດ ເພື່ອປະກອບກຳລັງເຫື່ອແຮງຂອງຕົນເຂົ້າໃນການພັດທະນາປະເທດຊາດ, ສືບຕໍ່ແກ້ໄຂບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງຢ່າງທັນການ”.

leftcenterrightdel
 
leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໂຄງການກະທຳທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າບັນດາຜູ້ອອກສະໝັກເລືອກຕັ້ງເຂດເລືອກຕັ້ງທີ 1 ນະຄອນຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເນັ້ນໜັກອີກເທື່ອໜຶ່ງວ່າ ປະເທດເຮົາບໍ່ເຄີຍເວລາໃດທີ່ມີກຳລັງບົ່ມຊ້ອນ, ມີຖານະບົດບາດ, ອິດທິພົນຊື່ສຽງ, ພາລະກິດຄືໃນປະຈຸບັນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ເນັ້ນໜັກວ່າ ໃນໄລຍະຈະມາເຖິງມີວຽກງານຫຼາຍຢ່າງຕ້ອງເຮັດ, ຄວາມສະດວກກໍ່ມີຫຼາຍແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ຫຼວງຫຼາຍຢູ່, ເປັນຕົ້ນແມ່ນໃນສະພາບພະຍາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ, ຍ້ອນເຫດນັ້ນ ທັງລະບົບການເມືອງຕ້ອງສືບຕໍ່ຮ່ວມແຮງຮ່ວມໃຈ, ສາມັກຄີກັນເພື່ອນຳປະເທດຊາດຜ່ານຜ່າສິ່ງທ້າທາຍນາໆປະການ.

ໂດຍ: ທະນາພອນ