ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ພັກກອມມູນິດ ກູບາ ຄັ້ງທີ VIII, ພ້ອມທັງສະແດງຄວາມຫວັງຢາກສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດກູບາ ແນໃສ່ປັບປຸງ, ຮັດແໜ້ນການພົວພັນມິດຕະພາບ ແລະການຮ່ວມມືສອງຝ່າຍກວ່າອີກ; ຢັ້ງຢືນຄືນໃໝ່ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສາມັກຄີກັບກູບາ ແລະສະໜັບສະໜູນບັນດາມະຕິຂອງກອງປະຊຸມສະມັດຊາໃຫຍ່ ສປຊ ວ່າດ້ວຍການຮຽກຮ້ອງໃຫ້ຢຸດຕິນະໂບາຍປິດລ້ອມຂວໍ້າບາດຕ້ານກູບາຢ່າງແຮງ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Bruno Rodriguez Parrilla ລັດຖະມົນຕີການຕ່າງປະເທດ ກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີ Parrilla ເນັ້ນໜັກວ່າ, ກູບາ ຖືເປັນສໍາຄັນ ແລະຂອບໃຈຕໍ່ຄວາມສາມັກຄີ, ການໜູນຊ່ວຍອັນລໍ້າຄ່າຂອງຫວຽດນາມ ທີ່ສະຫງວນໃຫ້ກູບາ ໃນໄລຍະຜ່ານມາ; ທ່ານຕີລາຄາສູງຕໍ່ບົດບາດຂອງຫວຽດນາມ ໃນຂະນະທີ່ດໍາລົງຕໍາແໜ່ງປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສປຊ (ເດືອນ 1-2021 ແລະເດືອນ 4-2021).

ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາຄໍາໝັ້ນສັນຍາຂອງການນໍາຂັ້ນສູງສອງປະເທດ, ໃນນັ້ນມີຜົນການໂອ້ລົມທາງໂທລະສັບໃນວັນທີ 5 ພຶດສະພາຜ່ານມາລະຫວ່າງທ່ານເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ ຫງວຽນຝູຈ້ອງ ແລະທ່ານ Miguel Diaz-Canel ເລຂາຜູ້ທີ່ໜຶ່ງພັກກອມມູນິດກູບາ; ຊຸກຍູ້ການຢ້ຽມຢາມຂັ້ນສູງສອງຝ່າຍເມື່ອເງື່ອນໄຂເອື້ອອຳນວຍ; ກ່ອນອື່ນໝົດແມ່ນຮັກສາການພົບປະທຸກຂັ້ນຜ່ານຮູບການທາງໄກໃນສະພາບພະຍາດໂຄວິດ-19;  ເສີມຂະຫຍາຍຂອບເຂດ ແລະກົນໄກຮ່ວມມືເພື່ອແນໃສ່ຍົກສູງປະສິດທິຜົນການພົວພັນ ເສດຖະກິດ-ການຄ້າ-ການລົງທຶນ; ຜັນຂະຫຍາຍໂຄງການດໍາເນີນງານສອງຝ່າຍປີ 2021 ຢ່າງມີປະສິດທິຜົນ, ໃນນັ້ນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ ແລະປຶກສາຫາລືກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມກັນນັ້ນກໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນຢູ່ອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ ເຊິ່ງສອງປະເທດ ເປັນສະມາຊິກ.

ໂດຍ: ໄຊຊະນະ