ທີ່ການສົນທະນາທາງໂທລະສັບ, ສະຫາຍ  Miguel Díaz-Canel Bermúdez ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ນ້ຳໃຈສະຫາຍອ້າຍນ້ອງທີ່ໃກ້ຊິດສະໜິດສະໜົມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະບັນດາສະຫາຍການນຳພັກ, ລັດ, ປະຊາຊົນຫວຽດນາມ ທີ່ໄດ້ສະຫງວນໃຫ້ພັກ, ລັດ ແລະປະຊາຊົນກູບາ, ໃຫ້ສະຫາຍເອງ ແລະສະຫາຍ Raúl Castro; ຢັ້ງຢືນວ່າ ເລື່ອງທ່ານ ຫງວຽນຝູຈ້ອງ ສົນທະນາທາງໂທລະສັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ VIII ຂອງພັກກອມມູນິດກູບາ, ແລະຊົມເຊີຍສະຫາຍທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ ນັ້ນສະແດງໃຫ້ເຫັນສາຍພົວພັນມິດຕະພາບແບບພິເສດ, ສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດຫວຽດນາມ-ກູບາ ຢ່າງມີຊີວິດຊີວາ; ຢັ້ງຢືນວ່າ ຄະນະການນຳຊຸດໃໝ່ຂອງກູບາ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ປັບປຸງ ແລະພັດທະນາສາຍພົວພັນກູບາ-ຫວຽດນາມ ໂດນຜູ້ນຳ Fidel Castro ແລະປະທານໂຮ່ຈີມິນ ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົນທະນາທາງໂທລະສັບກັບສະຫາຍ Miguel Díaz-Canel Bermúdez, ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມນູນິດກູບາ, ປະທານປະເທດແຫ່ງ ສ ກູບາ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ຫວຽດນາມ-ກູບາ ເລິກເຊິ່ງກວ່າອີກ; ຢັ້ງຢືນຄືນໃໝ່ນ້ຳໃຈສາມັກຄີສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ພາລະກິດເປັນທຳຂອງພັກ, ລັດ ແລະປະຊາຊົນກູບາ; ຄັດຄ້ານນະໂຍບາຍປິດລ້ອມຂວ້າບາດ, ປໍລະປັກຕ້ານກູບາ; ທ່ານເນັ້ນໜັກວ່າ ການພົວພັນລະຫວ່າງສອງພັກ ແມ່ນພື້ນຖານການເມືອງ, ສວມບົດບາດກຳນົດທິດສຳຄັນ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບກູບາ ບົດຮຽນໃນກິດຈະການປ່ຽນແປງໃໝ່ຂອງຕົນ; ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງສອງຝ່າຍໃຫ້ມີປະສິດທິຜົນ, ນຳການພົວພັນຫວຽດນາມ-ກູບາ ເຂົ້າສູ່ລວງເລິກ, ແທດຈິງ ແລະຍືນຍົງ.

ໂດຍ: ແສງເດືອນ