leftcenterrightdel
ທ່ານພົນໂທ ເຈິ່ນກວາງເຟືອງ ກ່າວຄຳເຫັນທີ່ການພົບປະ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະ, ທ່ານພົນໂທ ເຈິ່ນກວາງເຟືອງ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ສະແດງຄວາມເປັນກຽດທີ່ໄດ້ຮັບການສະເໜີໃຫ້ອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຈາກສູນກາງ, ຜູ້ມີສິດເລືອກຕັ້ງຢູ່ບ່ອນເຮັດວຽກ ແລະຜູ້ມີສິດເລືອກຕັ້ງຢູ່ບ່ອນທີ່ຕົນເອງອາໄສຢູ່. ທ່ານພົນໂທ ເຈິ່ນກວາງເຟືອງ ຊີ້ແຈ້ງວ່າ ຍາມໃດກໍ່ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນຂອງ ສສ ຫວຽດນາມ; ຮັກສາຄຸນນະທາດຂອງທະຫານລຸງໂຮ່; ສືບຕໍ່ປະຕິບັດສຳເລັດໜ້າທີ່ຂອງຕົນໃນຖານະເປັນກຳມະການສູນກາງພັກ, ກໍາມະການຄະນະພັກການທະຫານສູນກາງ, ພ້ອມກັບຄະນະບໍລິຫານງານສູນກາງພັກ, ຄະນະພັກການທະຫານສູນກາງ ປະຕິບັດວຽກງານຢ່າງມີປະສິດທິຜົນຖືກຕາມຂໍ້ກໍານົດກົດລະບຽບຂອງພັກ...

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn.

ຫາກໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ທ່ານພົນໂທ ເຈິ່ນກວາງເຟືອງ ໃຫ້ຄໍາໝັ້ນສັນຍາວ່າ ຈະພ້ອມກັບສະມາຊິກສະພາແຫ່ງຊາດຄົນອື່ນໆ ມານະພະຍາຍາມປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ; ປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະການພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍໃນນັ້ນມີບັນດາເມືອງຂອງແຂວງກວ໋າງຫງ໊າຍ ຢ່າງມີປະສິດທິຜົນ; ສະຫງວນເວລາພົບປະ, ຮັບຟັງ ແລະຮັບເອົາຄໍາເຫັນປະກອບຂອງຜູ້ມີສິດເລືອກຕັ້ງ...

ໂດຍ: ທະນາພອນ