ໂດຍໄດ້ຮັບຂ່າວວ່າສະພາບພະຍາດໂຄວິດ-19 ກໍາລັງແຜ່ລະບາດຢູ່ລາວ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະທ່ານປະທານປະເທດແຫ່ງ ສສ ຫວຽດນາມ ຫງວຽນຊວນຟຸກ ໄດ້ໂທລະສັບຢ້ຽມຢາມຖາມຂ່າວທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ທອງລຸນ ສີສຸລິດ. ໂດຍມີເນື້ອໃນວ່າ: ສະພາບພະຍາດໂຄວິດ-19 ກໍາລັງສືບຕໍ່ຜັນແປສັບສົນຫຼາຍຢ່າງ ແລະຍາກທີ່ຄາດຄະເນຢ່າງລ່ວງໜ້າໄດ້, ສ້າງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານເຖິງຊີວິດດ້ານເສດຖະກິດ-ສັງຄົມຂອງບັນດາປະເທດ, ໃນນັ້ນມີຫວຽດນາມ ແລະລາວ. ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຕິດຕາມຢ່າງໃກ້ຊິດ ແລະແບ່ງປັນຄວາມຫຍຸ້ງຍາກເຊິ່ງລາວກໍາລັງປະເຊີນໜ້າຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ.

leftcenterrightdel
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ຕີລາຄາສູງຕໍ່ບັນດາມາດຕະການເຊິ່ງພັກ, ລັດລາວ ໄດ້ ແລະກໍາລັງຜັນຂະຫຍາຍໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດ ລາວ ໂດຍທ່ານ ທອງລຸນ ສີສຸລິດ ນໍາໜ້າ, ດ້ວຍການບໍລິຫານຢ່າງເຄັ່ງຄັດຂອງລັດຖະບານ, ຄວາມສາມັກຄີ, ເປັນເອກະພາບຂອງທົ່ວລະບົບການເມືອງ ແລະການຮ່ວມແຮງຮ່ວມໃຈ, ສະໜັບສະໜູນຂອງທົ່ວປວງຊົນທັງຊາດ, ແນ່ນອນວ່າລາວຈະສາມາດສະກັດກັ້ນ, ຈໍາກັດການແຜ່ລະບາດ, ຄວບຄຸມພະຍາດໂຄວິດ-19 ໄດ້ສໍາເລັດໃນເວລາໄວທີ່ສຸດ.

ດ້ວຍມູນເຊື້ອສາມັກຄີແບບພິເສດ, ສະໜິດຕິດພັນ, ຮັກແພງກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ, ແບ່ງປັນບົດຮຽນ, ຄຽງບ່າຄຽງໄຫຼ່ໄປພ້ອມກັບລາວ ໃນບັ້ນຮົບປ້ອງກັນ, ຕ້ານພະຍາດໂຄວິດ-19, ເພື່ອໃຫ້ສອງປະເທດພວກເຮົາມີສະຖຽນລະພາບ, ສືບຕໍ່ພັດທະນາເສດຖະກິດ-ສັງຄົມ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນໂດຍໄວ.

ໂດຍ: ເກື່ອງດັ້ງ