ທີ່ການເຈລະຈາ, ທ່ານ Amran Bin Mohamed Zin ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງຫວຽດນາມ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະພັດທະນາດ້ານເສດຖະກິດ-ສັງຄົມ; ທ່ານສະແດງຄວາມຊົມເຊີຍຕໍ່ຫວຽດນາມ ກ່ຽວກັບບັນດາຜົນງານທາງການທູດທີ່ພົ້ນເດັ່ນໃນຊຸມປີຜ່ານມາ, ພິເສດແມ່ນດຳລົງຕຳແໜ່ງບົດບາດເປັນປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໄດ້ສໍາເລັດຜົນໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນຫຼາຍຢ່າງ.

leftcenterrightdel
ທ່ານ ຟ້າມກວາງຮ້ຽວ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ແບ່ງປັນກ່ຽວກັບການພັດທະນາຢ່າງຕັ້ງໜ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ມາເລເຊຍ ໃນຊຸມປີຜ່ານມາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບທິດທາງຮ່ວມມືຢ່າງລະອຽດໃນຂົງເຂດຕ່າງໆເພື່ອແນໃສ່ຜັນຂະຫຍາຍໝາກຜົນກອງປະຊຸມລະຫວ່າງນາຍົກລັດຖະມົນຕີສອງທ່ານ ເນື່ອງໃນໂອກາດຈັດກອງປະຊຸມບັນດາການນໍາອາຊຽນ ຜ່ານມາ. ສອງຝ່າຍຢັ້ງຢືນວ່າ ຈະຮ່ວມມືກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຂັ້ນຕ່າງໆເມື່ອເງື່ອນໄຂເອື້ອອຳນວຍ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍໂດຍໄວ; ສ້າງແຜນການດໍາເນີນງານການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021-2025 ໃຫ້ສຳເລັດໂດຍໄວ ເພື່ອໃຫ້ໄດ້ຮັບຮອງເອົາຢູ່ກອງປະຊຸມຄະນະກໍາມະການປະສົມຄັ້ງທີ 6 ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະເຕັກນິກ ເຊິ່ງຄາດວ່າຈະຈັດຕັ້ງໃນເຄິ່ງທ້າຍປີນີ້.

ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເນັ້ນໜັກວ່າຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນອົງການຈັດຕັ້ງຕ່າງໆ, ເວທີປາໄສຫຼາຍຝ່າຍໃນນັ້ນມີອາຊຽນ ແລະສປຊ. ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນ​ທິ​ສັນ​ຍາ​ຂອງ ສປຊ ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982; ສ້າງເງື່ອນໄຂສະດວກໃຫ້ວິວັດການເຈລະຈາກົດແຫ່ງ​ການປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໃຫ້ແທດຈິງ ແລະມີຜົນສັກສິດ.

ໂດຍ: ເກື່ອງດັ້ງ