ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ພໍ່ແມ່ປະຊາຊົນ ແລະສາສະນິກະຊົນຊາວເຜົ່າຂະແມຈະປະສົບແຕ່ສິ່ງທີ່ດີງາມທີ່ສຸດ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ເປັນຄັ້ງທໍາອິດທີ່ຫວຽດນາມ ມີແຜນຮ່າງ ແລະລາຍການເປົ້າໝາຍແຫ່ງຊາດສະເພາະໃຫ້ແກ່ການພັດທະນາ ສັງລວມເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູສູງວາງອອກຫຼາຍເປົ້າໝາຍແທດຈິງເພື່ອແກ້ໄຂບັນດາບັນຫາທີ່ຈໍາເປັນຢູ່ເຂດພູສູງ, ບໍລິເວນທີ່ມີເງື່ອນໄຂເສດຖະກິດ-ສັງຄົມປະສົບກັບຄວາມຫຍຸ້ງຍາກ.

leftcenterrightdel
ພາບປະກອບຄັດຈາກ: chinhphu.vn.

ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈຂອງທຸກຂັ້ນ, ທຸກຂະແໜງການ ແລະປະຊາຊົນໃນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ພໍ່ແມ່ປະຊາຊົນຊາວເຜົ່າຂະແມຕ້ອນຮັບບຸນປີໃໝ່ Chol Chnam Thmay ໃນຄວາມສະຫງົບສຸກດ້ວຍຄວາມໝາຍທາງດ້ານວັດທະນະທໍາ, ເສີມຂະຫຍາຍສີສັນຊາດ, ຮີດຄອງປະເພນີທີ່ດີງາມຂອງຕົນ. ພ້ອມທັງ, ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມສາມັກຄີ, ຕັ້ງໜ້າຮໍ່າຮຽນ, ຝຶກຜົນຫຼໍ່ຫຼອມ; ອອກແຮງງານທຳການຜະລິດ, ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມທີ່ໄດ້ວາງອອກຢ່າງມີໄຊ.

ໂດຍ: ເກື່ອງດັ້ງ