ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ທີ່ນັບມື້ນັບພັດທະນາຢ່າງແຮງ ແລະເຂົ້າສູ່ລວງເລິກໃນທຸກຂົງເຂດ, ອີງໃສ່ຄວາມໄວ້ເນື້ອເຊື່ອໃຈ ແລະເຄົາລົບເຊິ່ງກັນ ແລະກັນ. ທ່ານ ຫງວຽນວັນເນນ ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Daniel Kritenbrink ໃນອາຍຸການຂອງຕົນດ້ວຍຫຼາຍການເຄື່ອນໄຫວຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ເວົ້າລວມ ແລະນະຄອນໂຮ່ຈີມິນ ເວົ້າສະເພາະກັບອາເມລິກາ; ພ້ອມກັນນັ້ນ, ທ່ານກໍ່ສະເໜີໃຫ້ທ່ານເອກອັກຄະລັດຖະທູດອາເມລິກາ ເມື່ອໄປຮັບໜ້າທີ່ໃໝ່ແລ້ວຈົ່ງສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດກວ່າອີກ.

leftcenterrightdel
ທ່ານ ຫງວຽນວັນເນນ ຕ້ອນຮັບທ່ານ Daniel Kritenbrin ເອກອັກຄະລັດຖະທູດອາເມລິກາ. ພາບ: congan.com.vn

ທ່ານເອກອັກຄະລັດຖະທູດ Daniel Kritenbrink ໄດ້ສະແດງຄວາມຂອບໃຈຕໍ່ການນຳ ແລະປະຊາຊົນຫວຽດນາມ ທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອທ່ານປະຕິບັດສໍາເລັດໜ້າທີ່ການທູດຢູ່ຫວຽດນາມ, ພ້ອມກັນນັ້ນ ກໍ່ມີຄວາມດີໃຈທີ່ເຫັນວ່າ ຫວຽດນາມ ບັນລຸໄດ້ຫຼາຍຜົນງານອັນໃຫຍ່ຫຼວງໃນໄລຍະຜ່ານມາ. ຕາງໜ້າບັນດາວິສາຫະກິດອາເມລິກາ, ທ່ານເອກອັກຄະລັດຖະທູດ Daniel Kritenbrink ໄດ້ສະແດງຄວາມຂອບໃຈຕໍ່ການນຳນະຄອນໂຮ່ຈີມິນ ທີ່ໄດ້ໜູນຊ່ວຍບັນດາບໍລິສັດອາເມລິກາ ດຳເນີນທຸລະກິດ, ລົງທຶນຢູ່ນະຄອນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງນະຄອນ. ທ່ານເອກອັກຄະລັດຖະທູດ Daniel Kritenbrink ໄດ້ແບ່ງປັນວ່າ, ບໍ່ວ່າຈະດໍາລົງຕຳແໜ່ງໃດກໍ່ຕາມ, ຍາມໃດທ່ານກໍ່ຈະມານະພະຍາຍາມປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືອັນດີງາມລະຫວ່າງສອງປະເທດ.

ໂດຍ: ທະນາພອນ