leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີສະເຫຼີມສະຫຼອງ. ພາບ: baodongnai.com.vn

ໄລ່ຮອດເດືອນມີນາ 2021, ຝະລັ່ງ ແມ່ນປະເທດຢືນອັນດັບທີ 16/139 ປະເທດ, ເຂດແຄວ້ນທີ່ພວມມີການລົງທຶນຢູ່ຫວຽດນາມ. ສະເພາະຢູ່ແຂວງດົ່ງນາຍ, ປະຈຸບັນ ຝະລັ່ງ ໄດ້ມີ 22 ໂຄງການລົງທຶນ ດ້ວຍມູນຄ່າຈົດທະບຽນກວ່າ 227 ລ້ານໂດລາສະຫະລັດ. ໃນຊຸມປີຜ່ານມາ, ແຂວງດົ່ງນາຍ ໄດ້ສ້າງຕັ້ງການພົວພັນທາງການທູດກັບສອງທ້ອງຖິ່ນຂອງຝະລັ່ງ ແມ່ນເຂດ Rhone-Alpes ແລະເຂດ Bretagne. ນັບແຕ່ສົກຮຽນ 2002-2003 ເປັນຕົ້ນມາ, ແຂວງດົ່ງນາຍ ໄດ້ເອົາພາສາຝະລັ່ງເຂົ້າໃນລາຍການສິດສອນຂອງໂຮງຮຽນຖະຖົມຫງວຽນຢູ, ໂຮງຮຽນມັດທະຍົມຕອນຕົ້ນຖົ໋ງເຍິດ ແລະໂຮງຮຽນມັດທະຍົມຕອນປາຍເຈິ໋ນບຽນ. ປີ 2018, ຄະນະກໍາມະການປະຊາຊົນແຂວງ ໄດ້ຕົກລົງສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ຝະລັ່ງແຂວງດົ່ງນາຍ ຂຶ້ນ... ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບຫວຽດນາມ-ຝະລັ່ງແຂວງດົ່ງນາຍ ຍັງໄດ້ຈັດຕັ້ງການປະກວດແຕ້ມຮູບດ້ວຍຫົວຂໍ້ “ນໍ້າໃຈມິດຕະພາບຫວຽດນາມ-ຝະລັ່ງ”. ການປະກວດດຶງດູດການເຂົ້າຮ່ວມຂອງນັກຮຽນເກືອບ 200 ຄົນ. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ນັກແຕ້ມດີເດັ່ນ 45 ລາງວັນ.

ໂດຍ: ທະນາພອນ