leftcenterrightdel
ສະມາຊິກສະພາແຫ່ງຊາດທີ່ມີໜ້າ 100% ໄດ້ລົງຄະແນນສຽງ (ກວມເອົາ 97,50% ຈໍານວນສະມາຊິກສະພາແຫ່ງຊາດທັງໝົດ) ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ. ພາບ: qdnd.vn.

ຕອນເຊົ້າວັນທີ 5 ເມສາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກໍາມະການກົມການເມືອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ.

leftcenterrightdel
 
leftcenterrightdel
ສະຫາຍ  ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສາບານຕົວຮັບດຳລົງຕຳແໜ່ງ. ພາບ: qdnd.vn.

ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງໃນທ່ົວປະເທດ, ສະຫາຍ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ປະຕິຍານຕົນຈະຈົ່ງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະລັດຖະທໍາມະນູນແຫ່ງ ສສ ຫວຽດນາມ ຢ່າງເດັດຂາດ; ອອກແຮງປະຕິບັດສໍາເລັດໜ້າທີ່ ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ.

leftcenterrightdel
ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ມອບຊໍ່ດອກໄມ້ຊົມເຊີຍສະຫາຍ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: qdnd.vn.
leftcenterrightdel
ບັນຍາກາດທີ່ພິທີສາບານຕົວຮັບດຳລົງຕໍາແໜ່ງຂອງສະຫາຍ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: qdnd.vn.
leftcenterrightdel
ສະຫາຍ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ພິທີຮັບຕໍາແໜ່ງ. ພາບ: qdnd.vn.
leftcenterrightdel
ສະຫາຍ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ມອບຊໍ່ດອກໄມ້ໃຫ້ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: qdnd.vn.
leftcenterrightdel
ບັນດາການນໍາພັກ, ລັດ ຊົມເຊີຍສະຫາຍ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: qdnd.vn.

ໂດຍ: ທູຈາງ