ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ ເຊື່ອໝັ້ນວ່່າ ພາຍໃຕ້ການນໍາພາຂອງທ່ານ ເວືອງດິ່ງເຫວ້, ປະທານສະພາແຫ່ງຊາດຫວຽດນາມ, ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ຈັດຕັ້ງການປະຕິບັດບົດບາດຂອງອົງການນິຕິບັນຍັດ ແລະຈະບັນລຸໄດ້ຜົນງານໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ, ປະກອບສ່ວນຍົກສູງຖານະທີ່ຕັ້ງ, ບົດບາດຂອງສະພາແຫ່ງຊາດຫວຽດນາມ ບົນເວທີປາໄສພາກພື້ນ ແລະສາກົນ; ພ້ອມທັງຮັດແໜ້ນ, ເສີມຂະຫຍາຍການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ ແລະເກີດດອກອອກຜົນ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນ ແລະບຸລິມະສິດແຖວໜ້າໃຫ້ແກ່ການພົວພັນພິເສດກັບລາວ, ຖືນີ້ແມ່ນບັນຫາຍຸດທະສາດທີ່ມີຄວາມໝາຍເປັນຕາຍສໍາລັບສອງປະເທດ; ພ້ອມແລ້ວທີ່ຈະແບ່ງປັນ ແລະສະໜັບສະໜູນການນໍາ ແລະປະຊາຊົນລາວຢ່າງແຮງ ແລະຮອບດ້ານໃນພາລະກິດສ້າງສາປະເທດ ລາວ ຈະເລີນຮຸ່ງເຮືອງ ສີວິໄລ. ຕີລາຄາສູງບັນດາໝາກຜົນອັນພົ້ນເດັ່ນໃນການພົວພັນຫວຽດນາມ-ລາວ ໃນໄລຍະຜ່ານມາ, ທ່ານ ເວືອງດິ່ງເຫວ້ ຖືວ່າ, ໃນສະພາບພະຍາດໂຄວິດ-19, ສອງຝ່າຍຍັງຄົງຮັກສາການຢ້ຽມຢາມ, ພົບປະຂັ້ນສູງ, ກໍຄື ບັນດາກົນໄກຮ່ວມມືທີ່ສໍາຄັນ...

ສະພາແຫ່ງຊາດສອງປະເທດ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ໂດຍສະເພາະແມ່ນໃນການກໍ່ສ້າງລະບອບລະບຽບການ, ລະບົບກົດໝາຍ ແລະການຕິດຕາມກວດກາຜັນຂະຫຍາຍການປະຕິບັດກົດໝາຍ; ສືບຕໍ່ສົມທົບກັນເພີ່ມທະວີການຕິດຕາມກວດກາບັນດາໂຄງການຮ່ວມມືລົງທຶນ, ການຊ່ວຍເຫຼືອລ້າຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ.

ທ່ານປະທານສະພາແຫ່ງຊາດລາວ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ເກີດດອກອອກຜົນ; ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ. ພິເສດ, ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງໄດ້ແບ່ງປັນແຫຼ່ງທຶນກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່. ນີ້ແມ່ນຂອງຂວັນອັນລໍ້າຄ່າທີ່ມອບໃຫ້ພັກ, ລັດ ແລະປະຊາຊົນລາວ.

ທ່ານ ໄຊສົມພອນ ພົມວິຫານ ເຫັນດີຕໍ່ທິດທາງແຜນການຮ່ວມມືລະຫວ່າງສະພາແຫ່ງຊາດລາວ-ຫວຽດນາມ ໃນໄລຍະຈະມາເຖິງ ເຊິ່ງທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ສະເໜີ; ພ້ອມທັງເພີ່ມເຕີມສອງຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ກໍາມາທິການ, ເລຂາທິການໃຫຍ່, ສະພາປະຊາຊົນຂັ້ນແຂວງ, ບັນດາກົມເສນາທິການຂອງອົງ ການນິຕິບັນຍັດ.

ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຈະພ້ອມກັບບັນດາສະຫາຍໃນຄະນະປະຈໍາສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ບັນດາຄະນະສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັດແໜ້ນ ແລະຍົກສູງປະສິດທິຜົນການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ.

ໂດຍ: ໄຊຊະນະ