leftcenterrightdel
ສະພາແຫ່ງຊາດໄດ້ດຳເນີນການພົ້ນຕຳແໜ່ງປະທານປະເທດດ້ວຍການປ່ອນບັດລັບ.ພາບ: VGP

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນບ່າຍວັນທີ 02 ເມສາ, ພາຍໃຕ້ການບໍລິຫານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ, ສະພາແຫ່ງຊາດ ໄດ້ດຳເນີນການພົ້ນຕຳແໜ່ງປະທານປະເທດດ້ວຍການປ່ອນບັດລັບ. ກ່າວຄຳເຫັນພາຍຫຼັງສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບການພົ້ນຕຳແໜ່ງທ່ານປະທານປະເທດຫງວຽນຝູຈ້ອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ເນັ້ນໜັກວ່າ.

“2 ກວ່າປີຜ່ານມາ, ໃນເງື່ອນໄຂລະອຽດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບດຳລົງຕຳແໜ່ງປະທານປະເທດຕື່ມອີກ. ເຖິງວ່າໜ້າທີ່ແມ່ນໜັກໜ່ວງທີ່ສຸດ, ແຕ່ດ້ວຍໜ້າທີ່ຄວາມຮັບຜິດຊອບອັນສູງສົ່ງຕໍ່ພັກ, ຕໍ່ປະຊາຊົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສຸມຈິດສຸມໃຈໃຫ້ແກ່ການພັດທະນາປະເທດຊາດ, ປະຕິບັດສຳເລັດໜ້າທີ່ໃນຖານະຕຳແໜ່ງປະທານປະເທດແຫ່ງ ສສ.ຫວຽດນາມ. ໂດຍຕາງໜ້າໃຫ້ສະພາແຫ່ງຊາດ, ຂໍຂອບໃຈ ແລະ ຂໍອວຍພອນໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັບກົມການເມືອງ, ຄະນະເລຂາທິການ, ຄະນະບໍລິຫານງານສູນກາງພັກ, ນຳພາພັກ, ນຳພາປະຊາຊົນ ແລະ ນຳປະເທດຫວຽດນາມ ໃຫ້ນັບມື້ນັບພັດທະນາຢ່າງໄວ ແລະ ໝັ້ນຄົງ”.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຕຳແໜ່ງປະທານປະເທດໃນວັນທີ 23 ຕຸລາ 2018 ທີ່ກອງປະຊຸມສະໄໝສາມັນເມື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

ແຫຼ່ງຄັດຈາກ: vovworld.vn