ຕໍ່ໜ້າທຸງຊາດ, ສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງທ່ົວປະເທດ, ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ປະຕິຍານຕົນວ່າຈະຈົ່ງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະລັດຖະທໍາມະນູນແຫ່ງ ສສ.ຫວຽດນາມ; ມານະພະຍາຍາມປະຕິບັດສໍາເລັດໜ້າທີ່ ເຊິ່ງ ພັກ, ລັດ ແລະປະຊາຊົນ ມອບໝາຍໃຫ້ເປັນຢ່າງດີ.

leftcenterrightdel
ສະຫາຍ ເວືອງດິ່ງເຫວ້ ປະຕິຍານຕົນທີ່ພິທີຮັບຕໍາແໜ່ງປະທານສະພາແຫ່ງຊາດຫວຽດນາມ. ພາບ: qdnd.vn.
leftcenterrightdel
 
leftcenterrightdel
ສະຫາຍ ເວືອງດິ່ງເຫວ້ ປະຕິຍານຕົນທີ່ພິທີຮັບຕໍາແໜ່ງປະທານສະພາແຫ່ງຊາດຫວຽດນາມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີຮັບຕໍາແໜ່ງ, ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ສະແດງຄວາມຂອບອົກຂອບໃຈຕໍ່ສະພາແຫ່ງຊາດ ທີ່ໄວ້ວາງໃຈເລືອກຕັ້ງສະຫາຍ ດໍາລົງຕໍາແໜ່ງປະທານສະພາແຫ່ງຊາດຫວຽດນາມ. ສະຫາຍ ເວືອງດິ່ງເຫວ້ ເນັ້ນໜັກວ່າ: “ນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ ແລະກໍ່ແມ່ນຄວາມຮັບຜິດຊອບອັນໜັກໜ່ວງສໍາລັບຕົນເອງ”.

leftcenterrightdel
ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ພິທີຮັບຕໍາແໜ່ງ. ພາບ: qdnd.vn.
leftcenterrightdel
ສະຫາຍ ຫງວຽນທິກິມເງິນ ອະດີດປະທານສະພາແຫ່ງຊາດຫວຽດນາມ ມອບຊໍ່ດອກໄມ້ອວຍພອນ ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ. ພາບ: qdnd.vn.
leftcenterrightdel
ບັນຍາກາດທີ່ວາລະກອງປະຊຸມ. ພາບ: qdnd.vn.

ສະຫາຍ ເວືອງດິ່ງເຫວ້ ເນັ້ນໜັກວ່າ “ໃນຖານະເປັນປະທານສະພາແຫ່ງຊາດ, ຂ້າພະເຈົ້າ ໝັ້ນໝາຍວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ພ້ອມກັບຄະນະປະຈໍາສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ບັນດາອົງການທີ່ຂຶ້ນກັບຄະນະປະຈໍາສະພາແຫ່ງຊາດ, ບັນດາຄະນະສະມາຊິກສະພາແຫ່ງຊາດ,  ບັນດາສະມາຊິກສະພາແຫ່ງຊາດ ຈະສືບທອດ, ເສີມຂະຫຍາຍມູນເຊື້ອອັນດີງາມ ແລະຜົນງານທີ່ຍິ່ງໃຫຍ່ຂອງສະພາແຫ່ງຊາດຜ່ານສະໄໝຕ່າງໆ, ສືບຕໍ່ປ່ຽນແປງໃໝ່ວິທີການ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອເປົ້າໝາຍອັນສູງສົ່ງແມ່ນຮັບໃຊ້ຜົນປະໂຫຍດຂອງປະເທດ, ຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ໂດຍເປັນປະທານສະພາເລືອກຕັ້ງແຫ່ງຊາດ, ຂ້າພະເຈົ້າ ຈະພ້ອມກັບສະມາຊິກໃນສະພາ ປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດອຳນາດຖືກຕາມກົດໝາຍຢ່າງເຂັ້ມງວດ; ປະຕິບັດການເລືອກຕັ້ງໃຫ້ສໍາເລັດ ເພື່ອແນໃສ່ຄັດເລືອກເອົາສະມາຊິກທີ່ດີເດັ່ນ, ເໝາະສົມ, ເປັນຕົວແທນໃຫ້ແກ່ເຈດຈໍານົງ, ຄວາມມຸ່ງມາດປາດຖະໜາ, ສິດເປັນເຈົ້າຂອງປະຊາຊົນໃນສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນໃນອາຍຸການໃໝ່.

ໂດຍ: ທູຈາງ