ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຫງວຽນເລຟຸກ ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ, ສະແດງວ່າ ເວທີປາໄສດັ່ງກ່າວຈະຊຸກຍູ້ຄວາມເຊື່ອໝັ້ນ ແລະຟື້ນຟູການເຄື່ອນໄຫວທ່ອງທ່ຽວລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຫງວຽນເລຟຸກ ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: baotintuc.vn.

ທ່ານ Demyan Smilevets ຫົວໜ້າຫ້ອງການຮ່ວມມືສາກົນ Rostourism ໃຫ້ຮູ້ວ່າ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ນິຍົມຂອງແຂກທ່ອງທ່ຽວລັດເຊຍ. ຕາມຂໍ້ມູນຈາກກົມໃຫຍ່ສະຖິຕິສະຫະພັນລັດເຊຍແລ້ວ, ປີ 2019 ມີແຂກທ່ອງທ່ຽວລັດເຊຍ ມາທ່ຽວຫວຽດນາມ ປະມານ 572.000 ເທື່ອຄົນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ປີ 2018. ລັດເຊຍ ຍັງຖື ຫວຽດນາມ ແມ່ນຕະຫຼາດທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

ແຕ່ວັນທີ 1 ມັງກອນ 2021, ຫວຽດນາມ ຖືກຈັດເຂົ້າໃນບັນຊີລາຍຊື່ພົນລະເມືອງທີ່ໄດ້ຮັບວິຊາເອເລັກໂຕນິກເພື່ອເຂົ້າເມືອງລັດເຊຍ ແລະແຂກທ່ອງທ່ຽວຫວຽດນາມ ສາມາດຢູ່ລັດເຊຍ ເປັນເວລາ 16 ວັນ. ແຕ່ວ່າ, ຍ້ອນພະຍາດໂຄວິດ-19 ສະນັ້ນ ຍັງບໍ່ທັນປະຕິບັດການອອກວິຊາເອເລັກໂຕນິກໄດ້ເທື່ອ.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຕັ້ງໜ້າແນະນໍາກ່ຽວກັບວິສາຫະກິດກໍ່ຄືບັນດາບໍລິການຂອງຕົນ, ແນໃສ່ລັດໜ້າໃນການເຄື່ອນໄຫວທ່ອງທ່ຽວ ຂະນະທີ່ບັນດາຖ້ຽວບິນການຄ້າລະຫວ່າງສອງປະເທດສືບຕໍ່ເປີດຄືນໃໝ່.

ໂດຍ: ໄຊຊະນະ