ໃນກອງປະຊຸມສຸດຍອດ ອາຊີ - ເອີຣົບ ASEM ຄັ້ງທີ 11  ເຊິ່ງຖືກຈັດຂຶ້ນໃນເດືອນພະຈິກ ປີ 2016, ການນຳບັນດາປະເທດ ອາຊີ - ເອີຣົບ ຕົກລົງຖືເອົາວັນທີ 1 ມີນາ ຂອງທຸກໆປີເປັນວັນ ASEM. ວັນ ASEM ປີ 2021 ແມ່ນວັນທີ່ມີຄວາມໝາຍພິເສດ, ສ້າງຂີດໝາຍ 25 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາຂອງເວທີປາໄສ. ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊິນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີບົດຂຽນດ້ວຍຫົວຂໍ້ “ເວທີປາໄສຮ່ວມມື ອາຊີ - ເອີຣົບ: ກຳລັງດູດດື່ມ, ທີ່ຕັ້ງບົດບາດ ແລະ ກຳລັງບົ່ມຊ້ອນຂອງການຮ່ວມມືນັບມື້ນັບເພີ່ມຂຶ້ນ”.

leftcenterrightdel
ທ່ານ ບຸ່ຍແທັງເຊິນ, ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. (ພາບ: TTXVN)

ບົດຂຽນດັ່ງກ່າວ ໃຫ້ຮູ້ວ່າ ASEM ແມ່ນເວທີປາໄສເພື່ອໂອ້ລົມສົນທະນາ ແລະຮ່ວມມື - ແມ່ນກົນໄກຮ່ວມມືອັນແທດຈິງລະຫວ່າງພາກພື້ນ ແລະ ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ. ASEM ຢັ້ງຢືນໄດ້ບົດບາດສຳຄັນສຳລັບສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາວັດທະນາຖາວອນຢູ່ທັງສອງທະວີບ, ປະກອບສ່ວນແທດຈິງເຂົ້າໃນການສ້າງບັນດາທ່າອ່ຽງໃຫຍ່ ແລະ ສະພາບການໂລກເປັນຮູບປະທຳໃນສະຕະວັດທີ 21. ໃນ 25 ປີຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການສ້າງຂີດໝາຍສຳຄັນໃນເສັ້ນທາງແຫ່ງການພັດທະນາຂອງ ASEM, ຍົກສູງທີ່ຕັ້ງບົດບາດຂອງເວທີປາໄສ. ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າທີ່ສຸດໃນການລິເລີ່ມ, ສະເໜີ ແລະຊຸກຍູ້ບັນດາແນວຄວາມຄິດ, ເນື້ອໃນຮ່ວມມືໃໝ່, ຜັນຂະຫຍາຍໂດຍກົງ ແລະພ້ອມກັນອຸປະຖຳຮ່ວມໃຫ້ເກືອບ 60 ຂໍ້ລິເລີ່ມໃນຂົງເຂດຕ່າງໆ. ຫວຽດນາມ ແມ່ນປະເທດລິເລີ່ມ ແລະ ຮັກສາກົນໄກຮ່ວມມືທຳອິດໃນ ASEM ກ່ຽວກັບການສົນທະນາພັດທະນາແບບຍືນຍົງ, ໃນນັ້ນຈຸດສຸມແມ່ນຮັກສາແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ, ການຮ່ວມມືໃນອະນຸພາກພື້ນບັນດາປະເທດແຄມແມ່ນ້ຳຂອງ ແລະ Danube, ປະກອບສ່ວນຍົກລະດັບການຮ່ວມມືຂອງອະນຸພາກພື້ນແມ່ນ້ຳຂອງ ຂຶ້ນສູ່ລະດັບລະຫວ່າງພາກພື້ນແຕ່ປີ 2011.

ເລື່ອງຮັບດຳລົງ ແລະປະຕິບັດສຳເລັດຫຼາຍບົດບາດສຳຄັນ ໄດ້ຊ່ວຍໃຫ້ຫວຽດນາມ ເຂົ້າຮ່ວມການສ້າງສາ ແລະຊຸກຍູ້ການກຳນົດທິດ ແລະຍຸດທະສາດສຳຄັນຫຼາຍຢ່າງຂອງເວທີປາໄສ. ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບສະມາຊິກ ASEM, ຍົກລະດັບການຮ່ວມມືຂອງເວທີປາໄສ, ຮ່ວມແຮງຮ່ວມໃຈກໍ່ສ້າງສາຍພົວພັນ ອາຊີ - ເອີຣົບ ໃຫ້ນັບມື້ນັບຂະຫຍັນຂັນເຄື່ອນ ແລະສະໜິດຕິດພັນ, ເພື່ອການພັດທະນາຢ່າງວັດທະນາຖາວອນຂອງສອງທະວີບ ແລະ ໃນໂລກ.

ແຫຼ່ງຄັດຈາກ: vovworld.vn