leftcenterrightdel
ກອງປະຊຸມປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມບົດລາຍງານທີ່ກອງປະຊຸມ, ໃນຈຳນວນ 13 ແຂວງ, ນະຄອນມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນໃນການແຜ່ລະບາດຄັ້ງນີ້, ໄລ່ຮອດປະຈຸບັນມີ 12 ນະຄອນຄວບຄຸມໂລກລະບາດໄດ້ເປັນຢ່າງດີໂດຍພື້ນຖານແລ້ວ; 11 ແຂວງ, ນະຄອນແມ່ນກວ່າ 10 ມື້ບໍ່ກວດພົບຜູ້ຕິດເຊື້ອຄົນໃໝ່… ແຂວງຫາຍເຢືອງ ຍັງມີຜູ້ຕິດເຊື້ອພະຍາດຄົນໃໝ່. ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃສ່ໃຈຂະແໜງສາທາລະນະສຸກ ແລະບັນດາທ້ອງຖິ່ນບໍ່ຍົກເວັ້ນຄວາມສາມາດຍັງມີໂລກລະບາດໃນຊຸມຊົນ; ຮຽກຮ້ອງໃຫ້ກະຊວງສາທາລະນະສຸກສືບຕໍ່ສ້າງແຜນການໃຫ້ສົມບູນແບບ ແລະຈັດຕັ້ງການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ເປັນຢ່າງດີ. ພ້ອມກັນນັ້ນຕ້ອງຍູ້ແຮງການຜະລິດວັກຊິນຢູ່ພາຍໃນປະເທດ.

ເນື່ອງໃນໂອກາດນີ້, ທ່ານ ຫວູດຶກດາມ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງຖັນແຖວແພດໝໍ, ພາລະກອນການແພດໃນທົ່ວປະເທດເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນແພດໝໍຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn