ທີ່ກອງປະຊຸມ, ທ່ານນາງ ສູນທອນ ໄຊຍະຈັກ ຢືນຢັນວ່າ ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປັນຂີດໝາຍສຳຄັນເປີດໄລຍະພັດທະນາໃໝ່ຂອງການປະຕິວັດລາວ, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບເນື້ອໃນຕົ້ນຕໍຂອງກອງປະຊຸມໃຫຍ່. ທ່ານນາງ ສູນທອນ ໄຊຍະຈັກ ກໍ່ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ, ການໜູນຊ່ວຍຂອງຫວຽດນາມ ທີ່ໄດ້ປະກອບສ່ວນຊ່ວຍປະເທດລາວ ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XI ສໍາເລັດຜົນ, ພ້ອມທັງຊົມເຊີຍພັກ ກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ສໍາເລັດຜົນ.

leftcenterrightdel
ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຮ່ວງບິ່ງກວນ ໄດ້ຕີລາຄາສູງຕໍ່ເລື່ອງພັກປະຊາຊົນປະຕິວັດລາວ ໄດ້ແຈ້ງໃຫ້ພັກກອມມູນິດຫວຽດນາມ ຮັບຊາບກ່ຽວກັບໝາກຜົນກອງປະຊຸມໃຫ່ຍ ຄັ້ງທີ XI; ທ່ານເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ທີ່ໃຫຍ່ຫຼວງກວ່າອີກໃນກິດຈະການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ, ສ້າງສາປະເທດລາວແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະຈະເລີນຮຸ່ງເຮືອງ ຕາມເປົ້າໝາຍສັງຄົມນິຍົມໃຫ້ສຳເລັດຜົນ;  ທ່ານກໍ່ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຮງ, ຮອບດ້ານຕໍ່ພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດລາວ.

ໂດຍ: ທູຈາງ