ທີ່ກອງປະຊຸມ, ທ່ານ ຮວ່າງບີ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ແຈ້ງບັນດາຜົນງານຕົ້ນຕໍຂອງກອງປະຊຸມໃຫຍ່ ຄັ້ງທີ XIII; ສະຫຼຸບໂດຍສັງເຂດໝາກຜົນແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII, ຜົນງານຂອງ 35 ປີແຫ່ງການປ່ຽນແປງໃໝ່ ແລະ 30 ປີແຫ່ງການປະຕິບັດໂຄງການສ້າງສາປະເທດ; ຕີລາຄາກ່ຽວກັບສະພາບການໂລກ ແລະພາກພື້ນ; ແບ່ງປັນກ່ຽວກັບວິໄສທັດ, ເປົ້າໝາຍ, ກໍານົດທິດພັດທະນາ, ບັນດາໜ້າທີ່, ມາດຕະການເຊິ່ງກອງປະຊຸມໃຫຍ່ໄດ້ຕົກລົງ....

leftcenterrightdel
ກອງປະຊຸມລາຍງານຜົນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຕໍ່ອຳນາດການປົກຄອງນະຄອນ Saint Petersburg ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາຜູ້ແທນລັດເຊຍ ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຖິງໝາກຜົນກອງປະຊຸມໃຫຍ່ ຄັ້ງທີ XIII, ຖືວ່າ ເນື້ອໃນເອກະສານກອງປະຊຸມໃຫຍ່ແມ່ນໝາກຜົນຂອງການວິເຄາະຢ່າງເລິກເຊິ່ງ ແລະສະຫຼຸບຈາກພຶດຕິກໍາຕົວຈິງ, ສະແດງໃຫ້ເຫັນຄວາມເຫັນດີເປັນເອກະພາບລະຫວ່າງເຈດຈຳນົງຂອງພັກ ແລະທົ່ວປວງຊົນທັງຊາດເພື່ອຫວຽດນາມ ຈະເລີ່ນຮຸ່ງເຮືອງ ແລະຄວາມຜາສຸກໃຫ້ແກ່ປະຊາຊົນ; ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນພາລະກິດສ້າງສາ ແລະພັດທະນາປະເທດ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ N.Bondarenco ຮອງຜູ້ວ່າການນະຄອນ Saint Petersburg ຢັ້ງຢືນຈະມານະພະຍາຍາມພ້ອມກັບຝ່າຍຫວຽດນາມ ເພີ່ມທະວີ ແລະຍົກສູງປະສິດທິຜົນການຮ່ວມມືສອງຝ່າຍ, ຊຸກຍູ້ບັນດາໂຄງການລະອຽດ, ມີເນື້ອແທ້, ມີຈຸດສຸມແມ່ນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ. ສອງຝ່າຍກໍ່ແລກປ່ຽນກ່ຽວກັບທິດທາງ ແລະການຮ່ວມມືຢ່າງລະອຽດໃນໄລຍະຈະມາເຖິງ.

ໂດຍ: ດັ້ງເກື່ອງ