ດ້ວຍປະສົມການ ແລະຄວາມຮູ້ໃນຂົງເຂດການເງິນ ແລະການຄ້າ, ທ່ານນາງ ປອ Ngozi Okonjo-Iweala ຈະປະສົບຜົນສຳເລັດໃນການນຳພາ WTO, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນລະບົບການຄ້າທົ່ວໂລກ. ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນ WTO, ຫວຽດນາມ ສະໜັບສະໜູນລະບົບຫຼາຍຝ່າຍເປີດ, ໂປ່ງໃສ ແລະອີງໃສ່ກົດໝາຍ, ໃນນັ້ນເຊີດຊູບົດບາດໃຈກາງຂອງ WTO. ຫວຽດນາມ ຈະສົມທົບກັບຜູ້ອໍານວຍການໃຫຍ່ ແລະບັນດາສະມາຊິກຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນເຂົ້າບັນດາການເຄື່ອນໄຫວຂອງ WTO ໃຫ້ມີປະສິດທິຜົນ ແລະຊຸກຍູ້ວິວັດການປະຕິຮູບຂອງອົງການຈັດຕັ້ງນີ້ຢ່າງມີປະສິດທິຜົນ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

* ກ່ຽວຂ້ອງເຖິງຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງທ່ານນາງ Florence Parly ລັດຖະມົນຕີກະຊວງປ້ອງກັນປະເທດຝະລັ່ງ ປະກາດວ່າປະເທດນີ້ໄດ້ຈັດສົ່ງເຮືອດຳນ້ຳ SNA Emeraude ໄປລາດຕະເວນຢູ່ທະເລຕາເວັນອອກ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ: “ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ, ເຄົາລົບກົດໝາຍ, ເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງບັນດາປະເທດຢູ່ທະເລຕາເວັນອອກໃຫ້ເໝາະສົມກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຜົນປະໂຫຍດ ແລະຄວາມຮັບຜິດຊອບ, ຄວາມມຸ່ງມາດປາດຖະໜາລວມຂອງທຸກປະເທດ ແລະປະຊາຄົມສາກົນ. ການເຄື່ອນໄຫວຂອງທຸກປະເທດຢູ່ທະເລຕາເວັນອອກຕ້ອງປະກອບສ່ວນເຂົ້າເປົ້າໝາຍນີ້”.

ໂດຍ: ແສງເດືອນ