leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ປີ 2016, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ເປັນຄົນຫວຽດນາມ ຜູ້ທໍາອິດໄດ້ຮັບເລືອກຕັ້ງເປັນສະມາຊິກຂອງ ILC. ໃນອາຍຸການ 2017-2022, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ຍາມໃດກໍ່ເປັນເຈົ້າການເສີມຂະຫຍາຍບົດບາດໃນການຊຸກຍູ້ບັນດາໝາກຜົນແຫ່ງການຄົ້ນຄວ້າຂອງ ILC; ກໍ່ຄືຕັ້ງໜ້າປະກອບຄໍາເຫັນ ແລະເຂົ້າຮ່ວມການປຶກສາຫາລືຫົວຂໍ້ຕ່າງໆທີ່ຄະນະກໍາມະການ. ດ້ວຍຄວາມຮູ້ ແລະປະສົບການທີ່ອຸດົມສົມບູນຂອງຕົນ, ທ່ານໄດ້ຍົກອອກບັນດາຂໍ້ສັງເກດທີ່ແທດຈິງ, ຊັດເຈນກ່ຽວກັບບັນດາຫົວຂໍ້ ເຊິ່ງວົງການຄົ້ນຄວ້າເວົ້າລວມມີຄວາມສົນໃຈ, ຄື: ການສືບມູນແຫ່ງຊາດ, ແກ້ໄຂການພິພາດກັນຢູ່ໂລກ...

ນອກຈາກການປະກອບດ້ານວິຊາສະເພາະແລ້ວ, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ຍັງໄດ້ເສີມຂະຫຍາຍບົດບາດເຊື່ອມຕໍ່, ສ້າງສາຍພົວພັນລະຫວ່າງບັນດາສະມາຊິກຂອງ ILC.       

ໂດຍ: ທູຈາງ