leftcenterrightdel
ທ່ານ ຫງວຽນກ໊ວກຢູ້ງ,  ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ ໃຫ້ນັບມື້ນັບເລິກເຊິ່ງ ແລະມີປະສິດທິຜົນ; ຕັ້ງໜ້າສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ໄທ (1976-2021) ໃນປີ 2021; ຊຸກຍູ້ການຮ່ວມມືດ້ານການຄ້າໃຫ້ມີຄວາມດຸນດ່ຽງ ແລະສູ້ຊົນນໍາວົງເງິນການຄ້າສອງສົ້ນຂຶ້ນສູ່ລະດັບ 20 ຕື້ໂດລາສະຫະລັດຕໍ່ປີ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດຮ່ວມມືອະນຸພາກພື້ນ, ກໍ່ສ້າງປະຊາຄົມອາຊຽນ; ຊຸກຍູ້ການໃຫ້ສັດຕະຍາບັນ ແລະປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP).

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍກໍ່ເຫັນດີເປັນເອກະສັນວ່າ ອາຊຽນ ຄວນຮັກສາຄວາມສາມັກຄີ, ທັດສະນະລວມ ແລະບົດບາດໃຈກາງ, ຢຶດໝັ້ນຕໍ່ບັນດາຫຼັກການທີ່ໄດ້ເຫັນດີເປັນເອກະພາບແລ້ວ, ຍົກສູງການເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ໂດຍ: ທູຈາງ