ກ່າວຄໍາເຫັນທີ່ກອງປະຊຸມຂັ້ນສູງໃນວັນທີ 22 ກຸມພາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ແບ່ງປັນຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19 ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ ແລະຊີວິດການເປັນຢູ່ຂອງຫຼາຍຕື້ຄົນຖືກຮັບຜົນກະທົບຢ່າງຫຍໍ້ທໍ້, ສ້າງຄວາມກົດດັນຢ່າງໜັກໜ່ວງຕໍ່ລະບົບສາທາລະນະສຸກ ແລະການຮັບປະກັນຊີວິດສັງຄົມຂອງບັນດາປະເທດ ແລະສົ່ງຜົນສະທ້ອນເຖິງການຊົມໃຊ້ສິດທິມະນຸດ. ທ່ານ ຟ້າມບິ່ງມິງ ກໍ່ຮັບຮູ້ບັນດາການຫັນປ່ຽນຢ່າງຕັ້ງໜ້າ, ຟື້ນຟູເມື່ອໂລກກ້າວເຂົ້າສູ່ສະພາບການ “ເປັນປົກກະຕິໃໝ່” ແລະຖືວ່າໂລກລະບາດແມ່ນໂອກາດ ເພື່ອໃຫ້ໂລກສ້າງອະນາຄົດທີ່ດີງາມກວ່າ, ໃນນັ້ນຄວາມສາມັກຄີ ແລະການຮ່ວມມືສາກົນແມ່ນປັດໄຈຫຼັກແຫຼ່ງເພື່ອຊ່ວຍຜ່ານຜ່່າສິ່ງທ້າທາຍ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: VGP.

ທີ່ກອງປະຊຸມດັ່ງກ່າວ, ທ່ານ ຟ້າມບິ່ງມິງ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງຫວຽດນາມ ດ້ວຍຖານະເປັນຜູ້ສະໝັກເລືອກຕັ້ງຂອງອາຊຽນ, ສະໝັກເລືອກຕັ້ງດໍາລົງຕໍາແໜ່ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

ກໍ່ຢູ່ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ ໂລກລະບາດໂຄວິດ-19 ເຮັດໃຫ້ສິ່ງທ້າທາຍກ່ຽວກັບສິດທິມະນຸດໜັກໜ່ວງຂຶ້ນຕື່ມ. ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຕຳໜິລັດທິຊາດວັກຊິນ, ສະພາບແຜ່ຂະຫຍາຍຂໍ້ມູນທີ່ຜິດພາດ ຫຼື ສະພາບລ່ວງລະເມີດ, ເກັບກໍາ, ສວຍໂອກາດທາງດ້ານຂໍ້ມູນຂ່າວສານຂອງປະຊາຊົນເພື່ອຮັບໃຊ້ຜົນປະໂຫຍດດ້ານການຄ້າ. ທ່ານນາງ Michelle Bachelet ຂ້າຫຼວງໃຫຍ່ສິດທິມະນຸດ ສປຊ ກໍ່ກ່າວຄໍາເຫັນແບ່ງປັນຜົນກະທົບຢ່າງເລິກເຊິ່ງ, ກວ້າງຂວາງຂອງໂລກລະບາດໂຄວິດ-19 ຕໍ່ກັບການຮັບປະກັນ ແລະຊຸກຍູ້ສິດທິມະນຸດໃນໂລກ ແລະເນັ້ນໜັກເຖິງມາດຕະການຮັບມືກັບໂລກລະບາດທີ່ຕ້ອງອີງໃສ່ພື້ນຖານຮັບປະກັນສິດທິມະນຸດ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມ,  ລະບອບລະບຽບການປະຊາທິປະໄຕທີ່ມີປະສິດທິຜົນ.

ໂດຍ: ເກື່ອງດັ້ງ