leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄປຢ້ຽມຢາມ, ອວຍພອນປີໃໝ່. ພາບ: dangcongsan.vn

ຕອນຄ່ຳວັນທີ 11 ກຸມພາ (ກົງກັບວັນທີ 30 ເດືອນ 12 ບຸນເຕັດປີສະຫຼູ ໄລ່ຕາມຈັນທະປະຕິທິນ), ກ່ອນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ, ຢູ່ສຳນັກງານຄະນະພັກນະຄອນຮ່າໂນ້ຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ອວຍພອນອົງຄະນະພັກ, ທະຫານ ແລະປະຊາຊົນນະຄອນຮ່າໂນ້ຍ ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ທີ່ໜ້າເອກອ້າງທະນົງໃຈໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ກ້າວເຂົ້າສູ່ປີໃໝ່, ປະເທດຊາດຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມີຄວາມສະດວກຫຼາຍຢ່າງ ແຕ່ກໍ່ມີສິ່ງທ້າທາຍຫຼາຍ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງອະລິຍະທຳ ແລະ ສຸພາບຮຽບຮ້ອຍ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ສ້າງສານະຄອນຫຼວງໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລ, ສົມກັບມູນເຊື້ອອັນສະຫງ່າລາສີ ແລະ ທີ່ຕັ້ງຍຸດທະສາດຂອງນະຄອນຫຼວງ.

ແຫຼ່ງຄັດຈາກ: vovworld.vn