ໃນອາຍຸການຜ່ານມາ, ສະພາບການເມືອງ-ຄວາມໝັ້ນຄົງໃນໂລກມີການປ່ຽນແປງຢ່າງໄວວາ, ຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ອາຊີ-ປາຊີຟິກ ແມ່ນພາກພື້ນແກ່ງແຍ້ງຍຸດທະສາດລະຫວ່າງບາງປະເທດໃຫຍ່, ມີຫຼາຍປັດໄຈຂາດສະຖຽນລະພາບ. ສະພາບການພາຍໃນປະເທດ, ພ້ອມກັບກາລະໂອກາດ, ຄວາມສະດວກໃໝ່ແມ່ນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່, ເປັນຕົ້ນແມ່ນ 4 ໄພອັນຕະລາຍ ເຊິ່ງພັກກອມມູນິດຫວຽດນາມ ໄດ້ຊີ້ອອກແມ່ນຍັງຄົງຕົວຢູ່. ພິເສດໃນປີ 2020, ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງແຮງເຖິງຫວຽດນາມ, ກໍ່ຄວາມເສຍຫາຍຫຼາຍຢ່າງກ່ຽວກັບເສດຖະກິດ-ສັງຄົມ ແລະການພັດທະນາຂອງປະເທດຊາດ.

ໃນບັນດາເງື່ອນໄຂນັ້ນ, ຍ້ອນເສີມຂະຫຍາຍໄດ້ມະຫາສາມັກຄີທົ່ວປວງຊົນ, ຄວາມດີເລີດຂອງລະບອບສັງຄົມນິຍົມ, ການເຂົ້າຮ່ວມຢ່າງຄົບຊຸດ, ຂ້ຽວຂາດຂອງທັງລະບົບການເມືອງພາຍໃຕ້ການນໍາພາຢ່າງຖືກຕ້ອງຂອງພັກ, ການຄຸ້ມຄອງ, ບໍລິຫານຢ່າງຂ້ຽວຂາດ, ມີປະສິດທິຜົນຂອງລັດຖະບານ, ການສະໜັບສະໜູນຂອງປະຊາຊົນບັນດາເຜົ່າຫວຽດນາມ, ພວກເຮົາຍາດໄດ້ຜົນງານສໍາຄັນຫຼາຍຢ່າງ, ປະໄວ້ບັນດາຂີດໝາຍພົ້ນເດັ່ນຂອງໄລຍະ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

leftcenterrightdel
ຍິງບັ້ງໄຟດອກ-ຕ້ອນຮັບປີໃໝ່ 2021 ຢູ່ໜອງຮວ່ານກ໊ຽມ. ພາບ: ຈ້ອງຫ໋າຍ.

ປະເທດສືບຕໍ່ພັດທະນາຢ່າງໄວ ແລະຮອບດ້ານພໍສົມຄວນໃນຫຼາຍຂົງເຂດ,  ສ້າງຫຼາຍຂີດໝາຍພົ້ນເດັ່ນ. ເສດຖະກິດມະຫາພາກມີສະຖຽນລະພາບ, ການເຕີບໂຕໄດ້ຮັກສາໃນລະດັບຂ້ອນຂ້າງສູງ. ວຽກງານກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ບັນລຸໄດ້ໝາກຜົນຫຼາຍຢ່າງ. ວຽກງານຕໍ່ສູ້ປ້ອງກັນ, ສະກັດກັ້ນການສໍ້ລາດບັງຫຼວງ, ຫຍໍ້ທໍ້, ຟຸ່ມເຟືອຍປ່ຽນແປງຢ່າງແຮງ, ມີບາດກ້າວບຸກທະລຸ, ຂ້ຽວຂາດ, ມີປະສິດທິຜົນ, ນັບມື້ນັບເຂົ້າສູ່ລວງເລິກ, ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງ “ສ້າງ” ແລະ “ຕ້ານ”. ຄວາມເຫັນດີເປັນເອກະພາບ, ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງພັກ, ລັດ,  ແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມໄດ້ຮັບການເພີ່ມທະວີ. ການເມືອງ-ສັງຄົມມີສະຖຽນລະພາບ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ; ການພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ; ຖານະບົດບາດຂອງຫວຽດນາມ ໃນເວທີສາກົນໄດ້ຮັບການຍົກສູງຂຶ້ນ.

ສິ່ງສໍາຄັນແມ່ນ, ດ້ວຍຜົນງານເຊິ່ງພວກເຮົາຍາດໄດ້ໃນໄລຍະ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກແມ່ນຫຼັກຖານລະອຽດ, ມີຊີວິດຊີວາ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ຕໍ່ລັດ, ຕໍ່ລະບົບການເມືອງ ແລະຕໍ່ລະບອບສັງຄົມນິຍົມ.

ບັນດາຜົນງານເຊິ່ງພວກເຮົາຍາດໄດ້ໃນໄລຍະ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແມ່ນຫຼັກຖານລະອຽດ, ມີຊີວິດຊີວາ, ແມ່ນພື້ນຖານຕົວຈິງສໍາຄັນເພື່ອໃຫ້ພວກເຮົາຕໍ່ສູ້, ປະຕິເສດທຸກກົນອຸບາຍ, ເລ່ລ່ຽມຂອງບັນດາອິດທິກໍາລັງທີ່ເປັນປໍລະປັກທີ່ຕັ້ງໃຈເສກສັນປັ້ນແຕ່ງ, ບິດເບືອນຄວາມຈິງ, ປະຕິເສດລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ບິດເບືອນ, ປະຕິເສດບົດບາດ ແລະການນໍາພາຂອງພັກ, ການຄຸ້ມຄອງ, ບໍລິຫານຂອງລັດ, ປະຕິເສດລັກສະນະດີເລີດຂອງລະບອບສັງຄົມນິຍົມຢູ່ຫວຽດນາມ.

ຕ້ອນຮັບລະດູບານໃໝ່ໃໝ່, ພວກເຮົາກ້າວເຂົ້າສູ່ໄລຍະຕໍ່ໄປແມ່ນສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ດ້ວຍຄວາມຫວັງໃໝ່. ພວກເຮົາມີສິດມຸ່ງຫວັງ ແລະມີພື້ນຖານເພື່ອມຸ່ງຫວັງໃນອາຍຸການໃໝ່ຈະບັນລຸໄດ້ຜົນງານອັນໃຫຍ່ຫຼວງໃໝ່, ຍ້ອນມີພື້ນຖານວິທະຍາສາດ, ພື້ນຖານທິດສະດີ ແລະພຶດຕິກໍາຕົວຈິງ, ຈາກບັນດາຜົນງານຂອງ 35 ປີແຫ່ງການດໍາເນີນກິດຈະການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການດໍາເນີນງານກໍ່ສ້າງປະເທດຊາດໃນໄລຍະຫັນໄປສູ່ສັງຄົມນິຍົມປີ 1991, ພິເສດໃນໄລຍະ 10 ປີແຫ່ງການປະຕິບັດໂຄງການດໍາເນີນງານ (ສະບັບເພີ່ມເຕີມ, ພັດທະນາປີ 2011), 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ພວກເຮົາໄດ້ຖອດຖອນບາງບົດຮຽນອັນລໍ້າຄ່າ. ສິ່ງສໍາຄັນແມ່ນ "ບໍ່ມີເວລາໃດທີ່ປະເທດມີພາລະກິດ, ກຳລັງບົ່ມຊ້ອນ, ຖານະບົດບາດ ແລະອິດທິພົນຊື່ສຽງຄືໃນປະຈຸບັນ".

ພວກເຮົາຫວັງວ່າໃນອາຍຸການໃໝ່ຈະບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ຍ້ອນບົນພື້ນຖານການໄຈ້ແຍກ, ຄາດຄະເນສະພາບການໂລກ ແລະປະເທດໃນຊຸມປີຈະມາເຖິງຢ່າງເລິກເຊິ່ງ, ພັກກອມມູນິດຫວຽດນາມ ໄດ້ກໍານົດຢ່າງຈະແຈ້ງບັນດາທັດສະນະຊີ້ນໍາ, ເປົ້າໝາຍສັງລວມ ແລະເປົ້າໝາຍລະອຽດຮອດປີ 2025, 2030 ແລະ 2045; ກໍານົດທິດບັນດາເປົ້າໝາຍໃຫຍ່ໃນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021-2025; ກຳນົດທິດທາງພັດທະນາປະເທດຊາດໄລຍະ 2021-2030 ໃນບັນດາຂົງເຂດເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ; ກໍານົດບັນດາໜ້າທີ່ຈຸດສຸມ, ບັນດາບຸກທະລຸຍຸດທະສາດໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ບົນພື້ນຖານວິທະຍາສາດນັບທັງດ້ານທິດສະດີ ແລະພຶດຕິກໍາຕົວຈິງ.

ພວກເຮົາຫວັງວ່າໃນອາຍຸການໃໝ່, ຈະບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງເມື່ອທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເປັນເຈົ້າການ, ກໍາແໜ້ນກາລະໂອກາດ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ; ສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ປັບປຸງລະບອບລະບຽບການໃຫ້ສົມບູນແບບ; ປຸກລຸກເຈດຈໍານົງ, ຄວາມສາມາດບົ່ມຊ້ອນ, ແຫຼ່ງກໍາລັງໃຫ້ການພັດທະນາ, ເປັນຕົ້ນແມ່ນເສີມຂະຫຍາຍນ້ຳໃຈຮັກຊາດ, ຈິດໃຈຊາດ, ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ກຳລັງແຮງຂອງປະເທດ, ຊາວຫວຽດນາມ; ກຳລັງແຮງຂອງວັດທະນະທໍາຫວຽດນາມ; ຍາມໃດກໍ່ປ່ຽນແປງໃໝ່, ປະດິດສ້າງບົນພື້ນຖານບົດບາດຂອງວິທະຍາສາດ-ເຕັກໂນໂລຢີດ້ວຍຄວາມຫວັງພັດທະນາຢ່າງແຮງ.

ຕ້ອນຮັບລະດູບານໃໝ່ດ້ວຍຄວາມເຊື່ອໝັ້ນຢ່າງແຮງກ້າເພື່ອປະເທດຫວຽດນາມ ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ, ທຽບທັນກັບບັນດາປະເທດມະຫາອຳນາດຫ້າທະວີບ, ປະຕິບັດຄວາມມຸ່ງມາດປາຖະໜາຂອງປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ ແລະຄວາມປາດຖະໜາຂອງທົ່ວປວງຊົນຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ