ທ່ານ ຟ້າມວັນຮຸ່ງ, ຮອງປະທານທັງເປັນເລຂາທິການໃຫຍ່ສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ໃຫ້ຮູ້ວ່າ, ຜົນສຳເລັດຂອງຫວຽດນາມໃນ 5 ປີທີ່ຜ່ານມາ, ພິເສດແມ່ນໃນປີ 2020, ແມ່ນຍ້ອນມີການນຳພາຢ່າງຖືກຕ້ອງຂອງພັກ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນ ແລະລັດຖະບານ, ເຖິງວ່ານີ້ແມ່ນປີປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໄພພິບັດທາງທຳມະຊາດ ແລະໂລກລະບາດກໍ່ຕາມ.

leftcenterrightdel
ທ່ານ ຟ້າມວັນຮຸ່ງ. ພາບ: vov.vn.

ບໍ່ພຽງແຕ່ສະກັດກັ້ນພະຍາດໂຄວິດ-19 ໄດ້ເທົ່ານັ້ນ, ເສດຖະກິດຍັງມີລະດັບການເຕີບໂຕທາງບວກ, ຊີວິດສັງຄົມໄດ້ຮັບປະກັນອີກດ້ວຍ. ທ່ານ ຟ້າມວັນຮຸ່ງ ຖືວ່າ, ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນ, ພວກເຮົາສາມາດເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຈະປະສົບຜົນສຳເລັດຢ່າງຈົບງາມ, ເປີດກາລະໂອກາດເພື່ອໃຫ້ປະເທດສືບຕໍ່ພັດທະນາ.

leftcenterrightdel
ທ່ານໝໍ ເຈິ່ນວັນນັງ. ພາບ: vov.vn.

ອອກຈາກຮ່າໂນ້ຍ ໄປສ້າງອາຊີບຢູ່ລາວ, ທ່ານໝໍ ເຈິ່ນວັນນັງ - ຜູ້ອຳນວຍການໂຮງໝໍຮ່າໂນ້ຍ - ວຽງຈັນ ຍາມໃດກໍ່ເອກອ້າງທະນົງໃຈຕໍ່ຜົນງານຂອງປະເທດໃນຫຼາຍປີທີ່ຜ່ານມາ, ໃນນັ້ນມີຜົນງານດ້ານການແພດ. ບັນດາຜົນງານດ້ານການແພດດັ່ງກ່າວໄດ້ຊ່ວຍໃຫ້ປະຊາຊົນລາວ ກໍ່ຄືປະຊາຄົມຊາວຫວຽດນາມ ທໍາມາຫາກິນ ແລະດໍາລົງຊີວິດຢູ່ລາວ ໄດ້ຮັບການສົ່ງເສີມສຸຂະພາບດີກວ່າ, ເມື່ອລັດຖະບານຫວຽດນາມ ອະນຸຍາດໃຫ້ໂຮງໝໍໃຫຍ່ຢູ່ຫວຽດນາມຈຳນວນໜຶ່ງໜູນຊ່ວຍດ້ານເຕັກນິກໃຫ້ແກ່ໂຮງໝໍຮ່າໂນ້ຍ - ວຽງຈັນ, ຜ່ານນັ້ນຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງຂະແໜງສາທາລະນະສຸກ ແລະປະຊາຊົນສອງປະເທດ.

ກ່ຽວກັບທິດທາງພັດທະນາດ້ານການສຶກສາ ແລະສາທາລະນະສຸກ ທີ່ເຕື້ອງເຖິງໃນຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ທ່ານໝໍ ເຈິ່ນວັນນັງ ເຊື່ອໝັ້ນວ່າບັນດານະໂຍບາຍຂອງພັກ-ລັດ ຈະມາເຖິງກໍ່ສະຫງວນບຸລິມະສິດເພື່ອໃຫ້ຂະແໜງສາທາລະນະສຸກພັດທະນາກວ່າອີກ.

ໂດຍ: ທະນາພອນ