ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຈະດໍາເນີນແຕ່ວັນທີ 25 ມັງກອນ ຫາວັນທີ 2 ກຸມພາ ຢູ່ນະຄອນຫຼວງຮ່າໂນ້ຍ. ຫວ່າງມໍ່ໆມານີ້, ໃນບົດຂຽນທີ່ເອົາລົງໃນວາລະສານການເມືອງ “ໂລກທີ່ຫຼາຍຂົ້ວ” ຂອງລັດເຊຍ ດ້ວຍຫົວຂໍ້ວ່າ “ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ - ຂີດໝາຍປະຫວັດສາດໃນຊີວິດການເປັນຢູ່ຂອງຊາວຫວຽດນາມ", ນັກຂ່າວ Pavel Vinogradov ຢັ້ງຢືນວ່າ, ພັກກອມມູນິດຫວຽດນາມ ແມ່ນຜູ້ນໍາພາ, ແມ່ນໂຄສົກໃຫ້ຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດເປັນຕາຍຂອງປະຊາຊົນຫວຽດນາມ. ພັກກອມມູນິດຫວຽດນາມ ໂດຍປະທານໂຮ່ຈີມິນ ກໍ່ຕັ້ງ ແມ່ນກໍາລັງນໍາພາປະເທດຊາດເພື່ອຮັບປະກັນໄຊຊະນະໃຫ້ກິດຈະການກໍ່ສ້າງສັງຄົມແຫ່ງຄວາມຍຸຕິທໍາ, ປັບປຸງຄວາມໝັ້ນຄົງ ແລະປົກປັກຮັກສາປະເທດຊາດ.

ໃນບົດຂຽນດັ່ງກ່າວ, ນັກຂ່າວ Pavel Vinogradov ຊີ້ແຈ້ງວ່າ ຕໍ່ໜ້າບັນດາຜົນສະທ້ອນຈາກພະຍາດໂຄວິດ-19 ແລະໄພທໍາມະຊາດ, ລັດຖະບານຫວຽດນາມ ໄດ້ມານະພະຍາຍາມຟື້ນຟູເສດຖະກິດ, ປັບປຸງການດໍາລົງຊີວິດໃຫ້ແກ່ປະຊາຊົນ. ໃນການຕໍ່ສູ້ຕ້ານພະຍາດໂຄວິດ -19, ຫວຽດນາມ ໄດ້ກາຍເປັນແບບຢ່າງຂອງໂລກ.  ຜົນສໍາເລັດຂອງຫວຽດນາມໃນການປ້ອງກັນ, ຕ້ານພະຍາດໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ. ນອກຈາກນັ້ນ, ຫວຽດນາມຍັງແມ່ນໜຶ່ງໃນບັນດາປະເທດດຶງດູດການລົງທຶນຕ່າງປະເທດທີ່ສຸດໃນປັດຈຸບັນ. ບັນດານັກລົງທຶນຕ່າງປະເທດບໍ່ພຽງແຕ່ຖືກດຶງດູດຍ້ອນຄ່າແຮງງານຕໍ່າ ແລະມີສີມືແຮງງານສູງເທົ່ານັ້ນ, ຫາກຍັງຍ້ອນເງື່ອນໄຂ ແລະສະພາບແວດລ້ອມແຫ່ງການດໍາເນີນທຸລະກິດມີຄວາມສະດວກຢູ່ຫວຽດນາມ. ຕາມທ່ານ Vinogradov ແລ້ວ, ສື່ມວນຊົນໃນທົ່ວໂລກລ້ວນແຕ່ຊີ້ແຈ້ງຖານະບົດບາດນັບມື້ນັບສູງຂອງຫວຽດນາມໃນເວທີສາກົນ. ດ້ວຍຈຳນວນບັດສະໜັບສະໜູນສູງ (192/193 ບັດ), ຫວຽດນາມ ໄດ້ຮັບການຄັດເລືອກຕັ້ງເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021. ສິ່ງດັ່ງກ່າວແມ່ນພະຍາຍຫຼັກຖານກ່ຽວກັບຄວາມເຄົາລົບ ແລະຄວາມໄວ້ວາງໃຈສູງຂອງປະຊາຄົມສາກົນຕໍ່ຫວຽດນາມ. ໃນຊຸມປີຜ່ານມາ, ນັບແຕ່ເມື່ອເຂົ້າເປັນສະມາຊິກ ສປຊ ໃນປີ 1977, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການແກ້ໄຂບັນດາບັນຫາທ່ົວໂລກ ແລະພາກພື້ນ. ເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້, ສ.ອາຟະລິກາກາງ ໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກເພື່ອນມິດສາກົນ. ນະໂຍບາຍພົວພັນຕ່າງປະເທດ “ຫວຽດນາມ ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້້ເນື້ອເຊື່ອໃຈ, ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ” ກໍ່ໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາໃນປີຜ່ານມາ ເມື່ອ ຫວຽດນາມດໍາລົງບົດບາດປະທານອາຊຽນ 2020.

leftcenterrightdel
ຕົວເມືອງທີ່ທັນສະໄໝຢູ່ເມືອງເກົ່າເຢີ໊ຍ, ນະຄອນຫຼວງຮ່າໂນ້ຍ ຈາກມູມສູງ. ພາບ: ຈ້ອງຫາຍ.

ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາໄດ້ພິສູດໃຫ້ເຫັນຄວາມຖືກຕ້ອງຂອງແນວທາງ ແລະຍຸດທະສາດຂອງພັກກອມມູ ນິດຫວຽດນາມ. ນັກຂ່າວ Vinogradov ເນັ້ນໜັກວ່າ, ໃນ 90 ກວ່າປີຜ່ານມາ, ນັບແຕ່ເມື່ອວັນສ້າງຕັ້ງມາຮອດປັດຈຸບັນ, ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ຍາມໃດກໍ່ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ, ຂີດໝາຍການເລີ່ມຕົ້ນໄລຍະໃໝ່ໃນການດໍາລົງຊີວິດສັງຄົມຂອງຫວຽດນາມ. ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຈະວາງອອກທິດທາງ, ໜ້າທີ່ໃຫ້ແກ່ໄລຍະ 2021-2026 ກໍຄືໄລຍະຮອດປີ 2030. ຕາມທ່ານ Vinogradov ແລ້ວ, ບັນດາລັດຖະນະໂຍບາຍ, ມະຕິ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIII ວາງອອກຈະມີຄວາມໝາຍສໍາຄັນທີ່ສຸດຕໍ່ກັບປະເທດທີ່ກໍາລັງພັດທະນາຢ່າງຂະຫຍັນຂັນເຄື່ອນ, ດ້ວຍພົນລະເມືອງເກືອບ 100 ລ້ານຄົນ. ທ່ານ Vinogradov ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຮັບຄວາມຫວັງວ່າຈະສ້າງກໍາລັງໜູນຢ່າງແຮງໃຫ້ການພັດທະນາຂອງ ປະເທດຊາດໃນທຸກຂົງເຂດ.

ໃນເວັບໄຊ infox.ru, ທ່ານ Grigory Trofimchuk ປະທານສະພາຊ່ຽວຊານກອງທຶນໜູນຊ່ວຍການຄົ້ນຄ້ວາວິທະຍາສາດ “ແນວຄວາມຄິດອາຊີ-ເອີລົບ”, ນັກຊ່ຽວຊານໃນຂົງເຂດນະໂຍບາຍພົວພັນຕ່າງປະເທດ, ການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ເນັ້ນໜັກວ່າ, ໃນຊຸມທົດສະວັດຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານພົ້ນເດັ່ນຫຼາຍຢ່າງໃນທຸກຂົງເຂດ: ການເມືອງ, ການພັດທະນາເສດຖະກິດ-ສັງຄົມ... ພິເສດ, ໃນສະພາບພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຢ່າງຮ້າຍແຮງເຖິງທົ່ວໂລກນັ້ນ, ແຕ່ພື້ນຖານເສດຖະກິດຫວຽດນາມ ຍັງສືບຕໍ່ຈະເລີນເຕີບໂຕ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມສາມາດຮັບມືຂອງ ຫວຽດນາມ ກໍຄືປະສິດທິຜົນຂອງບັນດາແຜນນະໂຍບາຍ ໂດຍພັກ ແລະລັດວາງອອກ. ທ່ານ Grigory Trofimchuk ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ບັນລຸບັນດາຜົນງານປະທັບໃຈຄືດັ່ງກ່າວແມ່ນຍ້ອນມີແນວທາງຍຸດທະວິທີ, ຍຸດທະສາດຂອງພັກກອມມູນິດຫວຽດນາມ. ເມື່ອວາງອອກແນວທາງ, ພັກກອມມູນິດຫວຽດນາມ ໄດ້ຄິດໄລ່ຊັ່ງຊາເຖິງການຜັນແປທຸກດ້ານໃນໂລກ, ພາກພື້ນ ແລະພາຍໃນປະເທດ ເພື່ອໃຫ້ມີການດັດປັບທີ່ຈໍາເປັນໃຫ້ແກ່ບັນດາໂຄງການ, ແຜນການໃນໄລຍະຍາວ.  ທ່ານ Trofimchuk ຢັ້ງຢືນວ່າ, ເປົ້າໝາຍແທດຈິງ ແລະສໍາຄັນທີ່ສຸດ ເຊິ່ງ ພັກກອມມູນິດຫວຽດນາມ ມຸ່ງໄປເຖິງແມ່ນນໍາມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ຄວາມຜາສຸກໃຫ້ແກ່ທົ່ວປວງຊົນ. ກອງປະຊຸມໃຫຍ່ 5 ປີເທື່ອໜຶ່ງ ແມ່ນຂີດໝາຍເປັນໜ້າສົນໃຈໃນວິວັດການພັດທະນາຂອງພັກກອມມູນິດຫວຽດນາມ. ກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIII, ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຈັດຕັ້ງກອງປະຊຸມໃຫຍ່ຂອງພັກຢູ່ທຸກຂັ້ນ. ແລະເປົ້າໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ XIII ໃກ້ຈະມາເຖິງແມ່ນ ນໍາຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ທ່ານ Trofimchuk ຢືນຢັນວ່າ, ບໍ່ພຽງແຕ່ປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງປະເທດອື່ນໆ, ພິເສດແມ່ນບັນດາຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ ພວມຕັ້ງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ໃນຂະນະນັ້ນ,  ໃນບົດຂຽນ “ຫວຽດນາມ ກ່ອນທີ່ຈະດໍາເນີນເຫດການສໍາຄັນ - ກອງປະຊຸມໃຫຍ່ ຄັ້ງທີ XIII  ຂອງພັກກອມມູນິດຫວຽດນາມ”,  ວາລະສານ "ໂລກຫຼາຍຂົ້ວ” ໃຫ້ຂໍ້ສັງເກດວ່າ, ບັນດາພາຫະນະສື່ມວນຊົນໃນທົ່ວໂລກພວມເອົາໃຈໃສ່ເປັນພິເສດເຖິງເຫດການການເມືອງດັ່ງກ່າວຂອງຫວຽດນາມ. ຍ້ອນວ່າ, ປັດຈຸບັນ, ຫວຽດນາມມີທີ່ຕັ້ງ ແລະບົດບາດນັບມື້ນັບສູງບໍ່ພຽງແຕ່ຢູ່ໃນພາກພື້ນອາຊີ-ປາຊີຟິກ ເທົ່ານັ້ນ ຫາກຍັງໃນທ່ົວໂລກອີກດ້ວຍ.

ໂດຍ: ທູຈາງ