ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ. ທ່ານ ຫງວຽນຝູຈ້ອງ ສະແດງຄວາມເຊື່ອໝັ້ນວ່າ ໃນອາຍຸການນີ້, ດ້ວຍຄວາມຮັບຜິດຊອບຕໍ່ວຽກງານ ແລະຄວາມຮັກຕໍ່ຫວຽດນາມ, ບັນດາເອກອັກຄະລັດຖະທູດຈະປະຕິບັດສໍາເລັດພາລະບົດບາດທີ່ໄດ້ມອບໝາຍ, ສືບຕໍ່ຊຸກຍູ້, ປັບປຸງສາຍພົວພັນມິດຕະພາບອັນດີງາມລະຫວ່າງຫວຽດນາມ ກັບບັນດາປະເທດໃຫ້ຫຼາຍກວ່າອີກ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກັບບັນດາເອກອັກຄະລັດຖະທູດ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ທີ່ໃກ້ຈະດໍາເນີນ, ທ່ານ ຫງວຽນຝູຈ້ອງ ເນັ້ນໜັກເຖິງບົດບາດເປັນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນຂອງເອກອັກຄະລັດຖະທູດແຕ່ລະທ່ານ ໃນສາຍພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ, ເພີ່ມທະວີການຮ່ວມມື, ໜູນຊ່ວຍອັນລໍ້າຄ່າຈາກເພື່ອນມິດ, ຄູ່ຮ່ວມມື ແລະປະຊາຄົມສາກົນຕໍ່ກັບຫວຽດນາມ ໃນວິວັດການປະຕິບັດເປົ້າໝາຍຍຸດທະສາດຂອງໄລຍະພັດທະນາໃໝ່.

ໂດຍ: ທູຈາງ