leftcenterrightdel
ທ່ານ Joseph R.Biden Jr ທີ່ພິທີສາບານຕົວດຳລົງຕຳແໜ່ງປະທານາທິບໍດີ. ພາບ: ພາບ: AFP/TTXVN

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ທ່ານປະທານາທິບໍດີ ແລະອໍານາດການປົກຄອງຊຸດໃໝ່ຂອງສະຫະລັດ ອາເມລິກາ ຈະບັນລຸຜົນງານໃໝ່ຫຼາຍຢ່າງເພື່ອພັດທະນາວັດທະນາຖາວອນ ແລະຄວາມຜາສຸກຂອງປະເທດ ແລະປະຊາຊົນອາເມລິກາ; ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາຢູ່ໃນໂລກ.

ດ້ວຍພື້ນຖານການພົວພັນຫວຽດນາມ-ອາເມລິກາ ທີ່ໄດ້ຮັບການສ້າງຕັ້ງ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນຕະຫຼອດໄລຍະ 25 ປີຜ່ານມາ ພ້ອມກັບອາລົມຈິດອັນດີງາມຂອງທ່ານປະທານາທິບໍດີ Joe Biden ທີ່ມີຕໍ່ຫວຽດນາມ, ການພົວພັນຫວຽດນາມ-ອາເມລິກາ ຈະສືບຕໍ່ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະຍືນຍົງ.

ກໍ່ໃນວັນດຽວກັນ, ທ່ານນາງ ດັ້ງທິຫງອັກທິ້ງ ຮອງປະທານປະເທດຫວຽດນາມ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານນາງ Kamala Harris ຮອງປະທານາທິບໍດີ ສະຫະລັດ ອາເມລິກາ ເຊັ່ນດຽວກັນ.

ໂດຍ: ກວຽດເຕິມ