ທີ່ກອງປະຊຸມ, ບັນດາປະເທດ ໄດ້ຕີລາຄາສູງ ແລະຊົມເຊີຍຫວຽດນາມ ທີ່ປະຕິບັດສໍາເລັດອາຍຸການປະທານອາຊຽນ 2020, ນໍາພາອາຊຽນ ຮັກສາການເຈລະຈາ, ຮ່ວມມື ແລະຮັບມືກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນໄດ້ຢ່າງທັນການ, ມີປະສິດທິຜົນ. ກອງປະຊຸມເຫັນດີເປັນເອກະສັນນໍາກັນວ່າ ອາຊຽນ ຕ້ອງມານະພະຍາຍາມຜັນຂະຫຍາຍບັນດາບູລິມະສິດ, ຂໍ້ລິເລີ່ມ ແລະລາຍການຮ່ວມມືທີ່ໄດ້ຕົກລົງກັນໃຫ້ມີປະສິດທິຜົນ, ໃນນັ້ນມີການສືບຕໍ່ຍູ້ແຮງການກໍ່ສ້າງປະຊາຄົມເພື່ອຮັບມືກັບພະຍາດໂຄວິດ-19.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມວົງແຄບທາງໄກລັດຖະມົນຕີການຕ່າງປະເທດອາຊຽນ. ພາບ: ກະຊວງການຕ່າງປະເທດ.

ເມື່ອແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່່າງຝ່າຍຕ່າງມີຄວາມສົນໃຈ, ກອງປະຊຸມ ໄດ້ເຫັນດີເປັນເອກະພາບວ່າ ອາຊຽນ ສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ໃນນັ້ນມີການກໍ່ການຮ້າຍ, ໂຈນສະຫຼັດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ການປ່ຽນແປງຂອງດິນຟ້າອາກາດ, ການຄ້າມະນຸດ, ຢາເສບຕິດ, ກໍຄືການຜັນແປຢ່າງເຄັ່ງຕຶງ, ສັບສົນຢູ່ບາງຈຸດເຄັ່ງຮ້ອນຢູ່ທະເລຕາເວັນອອກ, ແຫຼມເກົາຫຼີ. ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ບັນດາລັດຖະມົນຕີ ໄດ້ຢັ້ງຢືນຄືນໃໝ່ເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ໄດ້ກ່າວຄໍາຂອບໃຈຕໍ່ການຮ່ວມມື ແລະໜູນຊ່ວຍຂອງບັນດາປະເທດທີ່ມີຕໍ່ຫວຽດນາມ ເພື່ອປະຕິບັດສໍາເລັດໜ້າທີ່ປະທານອາຊຽນ 2020, ທ່ານ ຢັ້ງຢືນວ່າຈະສະໜັບສະໜູນ ແລະຮ່ວມມືຢ່າງແໜ້ນແຟ້ນກັບ ບຣູໄນ ແລະບັນດາປະເທດອາຊຽນ, ແນໃສ່ປະຕິບັດບັນດາເປົ້າໝາຍ, ບູລິມະສິດທີ່ວາງອອກໃຫ້ແກ່ປີອາຊຽນ 2021; ພ້ອມກັນນັ້ນ ທ່ານ ກໍ່ເນັ້ນໜັກວ່າ, ອາຊຽນ ຕ້ອງມານະພະຍາຍາມຜັນຂະຫຍາຍບັນດາໝາກຜົນ, ຂໍ້ລິເລີ່ມທີ່ໄດ້ຕົກລົງໃນປີ 2020 ໃຫ້ມີປະສິດທິຜົນ. ທ່ານ ຟ້າມບິ່ງມິງ ກໍ່ຢັ້ງຢືນວ່າ, ການປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແມ່ນຄວາມຮັບຜິດຊອບຂອງທຸກໆປະເທດໃນພາກພື້ນ. ເພື່ອສູ້ຊົນໃຫ້ບັນລຸເປົ້າໝາຍນີ້, ອາຊຽນ ຕ້ອງເສີມຂະຫຍາຍຄວາມຮັບຜິດຊອບ, ມີທັດສະນະທີ່ເປັນເອກະພາບ, ຍົກສູງບັນດາຫຼັກການພື້ນຖານ ແລະຫຼັກໝັ້ນລວມໃນຊຸມປີຜ່ານມາ, ພິເສດ, ຕ້ອງຍົກສູງຈິດໃຈເຄົາລົບກົດໝາຍ, ປະຕິບັດຕາມກົດໝາຍສາກົນ. ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ, ຫວຽດນາມ ຈະພ້ອມກັບບັນດາປະເທດປະຕິບັດ DOC ຢ່າງເຂັ້ມງວດ ແລະຄົບຖ້ວນ, ພ້ອມກັບອາຊຽນ ແລະຈີນ ມຸ່ງໄປເຖິງການບັນລຸ COC ຢ່າງມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982 ໂດຍໄວ.

ໂດຍ: ໄຊຊະນະ