ບົດລາຍງານສະຫຼຸບວ່າ ປີ 2020 ເຖິງວ່າພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ສົ່ງຜົນສະທ້ອນບໍ່ແມ່ນໜ້ອຍເຖິງທຸກດ້ານຂອງຊີວິດສັງຄົມ, ໃນນັ້ນມີການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນກໍ່ຕາມ, ແຕ່ HAUFO ຍັງຜັນຂະຫຍາຍບັນດາການເຄື່ອນໄຫວຖືກຕາມການຊີ້ນໍາຂອງການນໍານະຄອນ, ຮັບປະກັນທາງດ້ານເນື້ອໃນ, ການຈັດຕັ້ງຢ່າງຮອບຄອບ, ມີປະສິດທິຜົນ, ປະຢັດ, ປອດໄພ. ຄຽງຂ້າງນັ້ນ,  ການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ ໄດ້ມີການປ່ຽນແປງໃໝ່, ປະດິດຄິດສ້າງ, ຕິດແທດກັບໜ້າທີ່ການເມືອງຂອງນະຄອນ. ໃນປີ 2021, HAUFO ຈະຮັກສາການຈັດຕັ້ງບັນດາການເຄື່ອນໄຫວເປັນປະຈໍາປີ. ພ້ອມກັນນັ້ນ, HAUFO ກໍ່ຈະມານະພະຍາຍາມປະຕິບັດບົດບາດເປັນຂົວເຊື່ອມຕໍ່ໃຫ້ເປັນຢ່າງດີເພື່ອຂົນຂວາຍບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດອຸປະຖໍາ, ປະກອບສ່ວນປັບປຸງການດໍາລົງຊີວິດວັດທະນະທໍາ-ສັງຄົມ, ສຸມໃສ່ຂົງເຂດສາທາລະນະສຸກ, ການສຶກສາ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຖ່າຍທອດເຕັກໂນໂລຢີ.

leftcenterrightdel
ທ່ານນາງ ຫງວຽນລານເຮືອງ ປະທານ HAUFO ມອບທຸງແຂ່ງຂັນໃຫ້ແກ່ຫົວໜ່ວຍດີເດັ່ນໃນຂະບວນການແຂ່ງຂັນປີ 2020. ພາບ: ເຟືອງລິງ.

ເນື່ອງໃນໂອກາດນີ້, ຄະນະປະຈໍາ HAUFO ໄດ້ປຸກລະດົມຂະບວນການແຂ່ງຂັນປີ 2021, ໃນນັ້ນສຸມໃສ່ປະຕິບັດວຽກງານໂຄສະນາ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນທຸກຊັ້ນວັນນະ ແລະໂຄສະນາເຜີຍແຜ່, ແນະນໍາກ່ຽວກັບຜົນງານຂອງນະຄອນຫຼວງເຖິງເພື່ອນມິດສາກົນ.

ໂດຍ: ທູຈາງ