ທ່ານ Morrison ໄດ້ຊົມເຊີຍຜົນງານທີ່ພົ້ນເດັ່ນຂອງຫວຽດນາມ ໃນປີ 2020, ກາຍເປັນແບບຢ່າງທີ່ປະສົບຜົນສຳເລັດຫາຍາກທີ່ສຸດຢູ່ໃນໂລກກ່ຽວກັບການຄວບຄຸມພະຍາດໂຄວິດ-19 ທີ່ມີປະສິດທິຜົນ, ພ້ອມທັງຍັງຮັກສາໄດ້ຄວາມໝັ້ນຄົງ ແລະພັດທະນາເສດຖະກິດ-ສັງຄົມໃນສະພາບການເສດຖະກິດທົ່ວໂລກຖືກຊຸດໂຊມຢ່າງຮ້າຍແຮງທີ່ສຸດໃນຫຼາຍທົດສະວັດ. ທ່ານ Morrison ສະແດງຄວາມຊົມເຊີຍ ແລະເຊື່ອໝັ້ນວ່າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ; ຊົມເຊີຍຫວຽດນາມ ໄດ້ສຳເລັດບົດບາດປະທານອາຊຽນ 2020 ໄດ້ເປັນຢ່າງດີ, ພິເສດການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ເປີດກາລະໂອກາດໃໝ່ໃຫ້ແກ່ການຫັນເປັນເສລີ, ຫັນການຄ້າ ແລະການລົງທຶນເປັນສະດວກ, ປະກອບສ່ວນໜູນຊ່ວຍຟ້ືນຟູເສດຖະກິດລວມຂອງທົ່ວພາກພື້ນ; ທ່ານ ກໍ່ສະແດງຄວາມຂອບອົກຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນນຳກົນໄກປະຊຸມຂັ້ນສູງອາຊຽນ-ອົດສະຕາລີ ໃຫ້ໄດ້ຈັດຕັ້ງໃນທຸກໆປີ. ທ່ານນາຍົກລັດຖະມົນຕີອົດສະຕາລີ ປາດຖະໜາຢາກຍົກສູງການພົວພັນສອງປະເທດໃຫ້ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023 ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອົດສະຕາລີ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີອົດສະຕາລີ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ສອງຝ່າຍຄວນຕັ້ງໜ້າຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະທ່າແຮງຮ່ວມມືໃຫ້ມີປະສິດທິຜົນ, ສູ້ຊົນໃຫ້ກາຍເປັນໜຶ່ງໃນຈຳນວນ 10 ຄູ່ຮ່ວມມືການຄ້າແຖວໜ້າຂອງກັນ, ມຸ່ງໄປເຖິງການຟື້ນຟູຍືນຍົງຫຼັງໂລກພະຍາດ, ໃນນັ້ນມີການສ້າງແຜນຍຸດທະສາດຮ່ວມມືເສດຖະກິດເພີ່ມທະວີ (EEES) ໃຫ້ສຳເລັດ ແລະໄດ້ລົງນາມໂດຍໄວ, ເສີມຂະຫຍາຍການຮ່ວມມືໃນສັນຍາ CPTPP, RCEP ໃຫ້ມີປະສິດທິຜົນເພື່ອແນໃສ່ຊຸກຍູ້ການຄ້າ.

ນາຍົກລັດຖະມົນຕີສອງທ່ານ ໄດ້ຢັ້ງຢືນວ່າ ນ້ຳໃຈມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນແມ່ນກຳລັງໜູນຢ່າງແຮງເພື່ອຊຸກຍູ້ການຮ່ວມມືນັບມື້ນັບມີປະສິດທິຜົນ, ເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ; ເຫັນດີເປັນເອກະພາບຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອົດສະຕາລີ ໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ. ທ່ານ Morrison ເຫັນດີກັບທ່ານ ຫງວຽນຊວນຟຸກ ວ່າຈະສືບຕໍ່ຊຸກຍູ້ການເຊື່ອມຕໍ່ເສດຖະກິດລະຫວ່າງສອງປະເທດ; ເພີ່ມທະວີການຮ່ວມມືຢູ່ກົນໄກ, ເວທີປາໄສພາກພື້ນ ແລະສາກົນ. ອົດສະຕາລີ ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນຫວຽດນາມ ດຳລົງຕຳແໜ່ງສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໃນປີ 2021; ໜູນຊ່ວຍຜັນຂະຫຍາຍການເຄື່ອນໄຫວຮັກສາສັນຕິພາບ ສປຊ; ອົດສະຕາລີ ຈະເຂົ້າຮ່ວມກອງປະຊຸມກ່ຽວກັບ “ບົດບາດຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ” ປີ 2021; ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາໂຄງການພັດທະນາເສດຖະກິດຢູ່ອະນຸພາກພື້ນແມ່ນ້ຳຂອງ ແລະພ້ອມແລ້ວທີ່ຈະເຂົ້າຮ່ວມກົນໄກຮ່ວມມື 3 ຝ່າຍ ຢູ່ພາກພື້ນລະຫວ່າງ ຫວຽດນາມ-ອົດສະຕາລີ ກັບລາວ, ກຳປູເຈຍ.

ການນຳສອງທ່ານໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມື, ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະການບິນ; ຮັບປະກັນບັນດາສິດ ແລະຜົນປະໂຫຍດອັນຊອບທຳຄືດັ່ງທີ່ກຳນົດຢູ່ໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນມີ UNCLOS 1982; ປະຕິບັດຕາມ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ; ກ້າວໄປເຖິງການບັນລຸ COC ທີ່ແທດຈິງ, ມີປະສິດທິຜົນ ແລະສອດຄ່ອງກັບກົດໝາຍສາກົນ, ລວມມີ UNCLOS 1982.

ໂດຍ: ບົວສີ